ລັດຖະບານ​ມຽນມາ​ແລະ​ອົງ​ການ​ເອ​ກະ​ລາດ​ຄາ​ຊິນ​ອອກ​ຖະ​ແຫຼງ​ການ​ຮ່ວມ

(GMT+08:00) 2013-02-06 15:39:28     cri
ໜັງສືພິມ "ELEVEN NEWS"ຫຼື "ຂ່າວ11" ຂອງ​ມຽນມາລາ​ຍງານ​ວ່າ, ວັນ​ທີ4​ກຸມພາ​ນີ້, ລັດຖະບານ​ມຽນມາ​ແລະ​ອົງການ​ເອກະລາດ​ຄາ​ຊິນ​ໄດ້​ຈັດການ​ເຈລະຈາ​ກັນ​ແບບ​ບໍ່​ເປັນ​ທາງ​ການ​ຢູ່​ເມືອງ​ຢຸ້ຍລີ້​​ແຂວງ​ຢຸນນານ​ຈີນ, ​ແລະ​ອອກ​ຖະ​ແຫຼງການ​ຮ່ວມ, ຖະ​ແຫຼ​ງການ​ຮ່ວມຂຽນວ່າ, ສອງຝ່າຍ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ຕິດຕາມ​ການ​ຢຸດ​ຍິງ​ຢູ່​ເຂດທີ່​ມີ​ການ​ປະ​ທະ​ກັນ​ແລະ​ສືບ​ຕໍ່​ຈັດການ​ເຈລະຈາ​ສັນຕິພາບ.

​ໃນ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ສ້າງ​ຊ່ອງ​ທາງ​ແລກປ່ຽນ​ກັນ, ຜ່ອນຄາຍ​ສະຖານະ​ການ​ອັນ​ເຄັ່ງ​ຕຶງ​ທາງ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ, ຈະ​ເຊື້ອ​ເຊີນຜູ້​ສັງ​ເກດ​ການ​ແລະ​ອົງການ​ຈັດ​ຕັ້ງ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ​ໃນການ​ເຈລະຈາ​ສັນຕິພາບ​ຄັ້ງ​ຕໍ່​ໄປ ​ເຫຼົ່າ​ນີ້​ເປັນ​ຕົ້ນ. ນອກ​ນີ້, ອົງການ​ເອກະລາດ​ຄາ​ຊິນ​ຍັງ​ກ່າວ​ວ່າ, ພາຍຫຼັງ​ປຶກສາ​ຫາລື​ກັບ​ຄະນະ​ກຳມະການ​ສະຫະພັນ​ຮ່ວມ​ຊົນ​​ເຜົ່າ ຫຼື UNFC ກ່ອນທ້າຍ​ເດືອນກຸມພາ, ​ແລ້ວ​ຈະສືບ​ຕໍ່​ດຳ​ເນີນ​ການ​ເຈລະຈາ​ທາງ​ການ​ເມືອງ​ກັບ​ລັດຖະບານ. UNFC ​ແມ່ນ​ອົງການ​ບໍ່​ເປັນ​ທາງ​ການ​ທີ່​ປະກອບ​ດ້ວຍ11​ກອງ​ປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ອົງການ​ເອກະລາດ​ຄາ​ຊິນ​ກໍ​ເປັນ​ສະມາຊິກ​ຂອງ​UNFC.

ທ່ານ​ອູ​ອວງມິນ ລັດຖະມົນຕີ​ປະຈຳ​ທຳນຽບປະທານາທິບໍດີ​ມຽນມາ, ຜູ້​ຮັບຜິດຊອການ​ເຈລະຈາ​ສັນຕິພາບ​ມຽນມາ ​ແລະ ພົນ​ຕີ​ກວມ ມາວ ຮອງ​ເສນາ​ທິການ​ໃຫຍ່​ອົງການ​ເອກະລາດ​ຄາ​ຊິນ​ໄດ້​ນຳພາ​ຄະນະຜູ້ຕາງໜ້າ​ລັດຖະບານຈຳນວນ5​ຄົນ​ແລະ​ຄະນະ​ຜູ້ຕາງໜ້າ​ຂອງ​ອົງການ​ເອກະລາດ​ຄາ​ຊິນຈຳນວນ6​ຄົນ​ເຂົ້າ​ຮ່ວມ​ການ​ເຈລະຈາ,. ທ່ານ​ລົວ​ຈ້າວ​ຮຸຍ ທູ​ດພິ​ເສດ​​ແລະ​ຫົວໜ້າ​ກົມ​ອາຊີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​, ພົນ​ເອກ​ຊາວ​ມູຕູ​ໄຊ​ໂປ ປະທານ​ ​ແລະ​ທ່ານ​ປາ​ໂຕ​ຊາວ​ເກ​ວ​ໂຕ​ວິນ ​ເລຂາທິການ​ໃຫຍ່ສະຫະພັນ​ເຜົ່າ​ຄາ​ເຣນ, ​​ແລະ​ພົນ​ຈັດຕະວາ​ໄຊ​ລູ ຂອງ​ຄະນະ​ກຳມະການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງ​ລັດ​ຊານ​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ໃນ​ການ​ເຈລະຈາ. ຈີນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີລັກສະນະ​ສ້າງສັນ​ໃນ​ການ​ເຈລະຈາ​ເທື່ອ​ນີ້, ​ສອງກອງ​ປະກອບ​ອາວຸດຊົນ​ເຜົ່າສ່ວນ​ໜ້ອຍ​ດັ່ງກ່າວ​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ກັບ​ລັດຖະບານ​ແລ້ວ, ສະ​ນັ້ນ, ​ເຊີນ​ຜູ້ນຳ​ເຂົາ​ເຈົ້າ​​ເປັນ​ສັກຂີ​ພິຍານ​ໃນ​ການ​ເຈລະຈາ ມີ​ຜົນ​ດີ​ຊ່ວຍ​ໃຫ້ການ​ເຈລະຈາ​ດຳ​ເນີນ​ໄປ​ຢ່າງ​ສະດວກ.

ຂ່າວ​ແຈ້ງວ່າ, ພົນ​ຕີ​ກວມ ມາວ ​ແມ່ນ​ຜູ້ນຳ​ຜູ້​ທີ​ສອງ​ຂອງ​ກອງ​ທະຫານ​ເອກະລາດ​ຄາ​ຊິນ, ການ​ເຈລະຈາ​ສັນຕິພາບ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ຢຸ້ຍລີ້​​ແຂວງ​ຢຸນນານ​ຂອງ​ຈີນ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້​ບໍ່​ໄດ້​ຮັບ​ຜົນສຳ​ເລັດ​ກໍ​ແມ່ນ​ຍ້ອນ​ວ່າ​ທ່ານ​ກວມ ມາວ ບໍ່​ໄດ້​ເຂົ້າ​ຮ່ວມ, ​ເປັນ​ເຫດພາ​ໃຫ້​ພົນ​ໂທ​ມິນ​ໂຊ ​​ໃນ​ກອງ​ທະຫານ​ມຽນມາ​​ບໍ່​​ເຂົ້າ​ຮ່ວມ​ການ​ເຈລະຈາ​ເຊັ່ນ​ດຽວ​ກັນ. ອາດ​ເວົ້າ​ໄດ້​ວ່າ, ພົນ​ຕີ​ກວມ ​ມາວ ​ແມ່ນ​ບຸ​ກຄົນ​ສຳຄັນ​ໃນ​ການ​ເຈລະຈາ​ຮອບ​ນີ້.

ອາ​ດເວົ້າ​ໄດ້​ວ່າ, ການ​ເຈລະຈາ​ສັນຕິພາບ​ຮອບ​ນີ້​ບໍ່​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ຖາວອນ, ມີ​ແຕ່​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ດຳ​ເນີນ​ການ​ເຈລະຈາ​ຕໍ່​ໄປ​ເພື່ອ​ສ້າງ​ກົນ​ໄກ​ຕິດຕາມ​ການ​ຢຸດ​ຍິງ. ຖ້າ​ຢາກ​​ໃຫ້ສອງ​ຝ່າຍ​ຈະ​ບັນລຸ​ການ​ຢຸດ​ຍິງຮອບດ້ານ​ໃນ​ທີ່​ສຸດ, ສຳຄັນ​ທີ່​ສຸດ​ແມ່ນການ​ບັນລຸ​ຄວາມ​ປອງ​ດອງ​ກັນ​ທາງ​ຊົນ​ເຜົ່າ.