ໃນ​ປີ2014ຈີນຈະ​ດຳ​ເນີນ​ການ​ລາດ​ຕາ​ເວັນ​ເປັນ​ປົກ​ກະ​ຕິ​ເພື່ອ​ປົກ​ປ້ອງ​ການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-02-07 17:52:38     cri
ວັນ​ທີ7​ກຸມພາ​ນີ້,ຜູ່​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ຄຸ້ມ​ຄອງ​ວຽກ​ງານການ​ປະມົງ​ເຂດ​ທະ​ເລ​ຈີນ​ໃຕ້​ຂອງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ກ່າວ​ວ່າ,​ໃນ​ປີ​2014,​ຈີນ​ຈະ​ດຳ​ເນີນ​ການ​ລາດ​ຕະ​ເວນ​ເປັນ​ປົກ​ກະ​ຕິ​ເພື່ອ​ປົກ​ປ້ອງ​ການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ ​.

ທ່ານ​ອູ​ຈ້ວງ,​ຫົວ​ໜ້າ​ກົມ​ນີ້​ບອກ​ໃຫ້​ຮູ້​ວ່າ,​ໃນ​ປີ2012,ສະ​ເລ່ຍ​ແລ້ວ,​ເວລາ​ອອກ​ໄປ​ລາດ​ຕະ​ເວນ​ຢູ່​ເທິງ​ທະ​ເລ​ຂອງ​ກຳ​ປັ່ນ​ປົກ​ປ້ອງ​ການ​ປະ​ມົງ​ຂອງ​ກົມ​ການ​ປະ​ມົງ​ເຂດ​ທະ​ເລ​ຈີນ​ໃຕ້​ໄດ້​ມີ​ເຖິງ​183​ວັນ.

ທ່ານ​ອູ​ຈ້ວງ​ກ່າວ​ວ່າ,​ໃນ​ສອງ​ປີ​ຕໍ່ໜ້າ,​ພາກ​ສ່ວນ​ຄຸ້ມ​ຄອງ​ວຽກ​ງານ​ການ​ປະ​ມົງ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ,​ພາກ​ສ່ວນ​ຄຸ້ມ​ຄອງ​ວຽກ ງານ​ການ​ປະ​ມົງ​ຈະ​ໄດ້​ຮັບ​ການ​ເສີມ​ສ້າງ​ຕື່ມ​ອີກ​ຢ່າງ​ບັງ​ເກີດ​ຜົນ,​ໃນ​ປີ​2014,​ກຳ​ປັ່ນ​ປ້ອງ​ກັນ​ການ​ປະ​ມົງ​ຈະ​ດຳ​ເນີນ​ການ​ລາດ​ຕະ​ເວນ​ເປັນ​ປົກ​ກະ​ຕິ​ຢູ່​ເຂດ​ທະ​ເລ​ຈີນ ​ໃຕ້,​ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ປະ​ມົງ​ຈີນ​ຢ່າງ​ຫຼວງ​ຫຼາຍ​ແລະ​ປ້ອງ​ກັນ​ສິດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຢ່າງ​ແຂງ​ແຮງ.