ສະ​ຖາ​ບັນ​ຂົງ​ຈື້​ຈັດ​ງານ​ລ້ຽງ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ

(GMT+08:00) 2013-02-07 18:46:32     cri

ໃນ​ຕອນ​ແລງ​ວັນ​ທີ6ກຸມພານີ້, ສະ​ຖາ​ບັນ​ຂົງຈຶ້ໄດ້​ຈັດ​ງານ​ລ້ຽງ​ອວຍພ​ອນ​ບຸນ​ກຸດ ຈີນ ​ເຊິ່ງ​ເປັນ​ປີ​ໃໝ່​ຈີນ​ທີ່​ສະ​ໂມ​ສອນ​ໃຫຍ່​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ,​ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ ພະ​ນັກ​ງານ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ,​​ຫົວ​ໜ້າ​ຂອງ​ສະ​ຖາ​ບັນ​ຂົງ​ຈື້,​ແຂກ​ຜູ່​ມີ​ກຽດ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ,​ພ້ອມ​ດ້ວຍ​ຄູ​ອາຈານ​ແລະ​ນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ທັງ​ໝົດ​200​ກວ່າ​ຄົນ.