ອົບ​ຮົມ​ພະ​ນັກ​ງານ​ນຳ​ທ່ຽວ​ລະ​ດັບ​ຊາດ

(GMT+08:00) 2013-02-08 17:02:13     cri
ໃນ​ວັນ​ທີ6ກຸມພາ2013ນີ້,​ ສູນ​ເຝິກ​ອົບ​ຮົມ​ການ​ທ່ອງ​ທ່ຽວ​ກະຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ໄດ້​ເປີດ​ຊຸດ​ເຝິກ​ອົບ​ຮົມ​ພະ​ນັກ​ງານ​ນຳ​ທ່ຽວ​ລະ​ດັບ​ຊາດ​ຄັ້ງ​ທີ​24​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໂດຍ​ເປັນ​ປະ​ທານ​ຂອງ​ທ່ານ​ເວີນ​ໄຊ ມາ​ລາ​ວົງ, ​ຫົວ​ໜ້າ​ສູນ​ເຝິກ​ອົບ​ຮົມ​ການ​ທ່ອງ​ທ່ຽວ​ລະ​ດັບ​ຊາ, ​ໂດຍ​ມີ​ບັນດາ​ວິ​ທະ​ຍາ​ກອນ​ແລະ​ນັກ​ອົບ​ຮົມ​ຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ.

ການຈັດ​ຊຸ​ດອົບຮົມ​ເທື່ອ​ນີ້​ແມ່ນ​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ທີ່​ຍັງ ຂາດ​ບຸກ​ຂະ​ລາ​ກອນ​ທັງ​ທາງ​ດ້ານ​ປະ​ລິ​ມານ​ແລະ​ຄຸນ​ນະ​ພາບ,​ແລະ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ການ​ຂະ​ຫຍາຍ​ຕົວ​ຕະ​ຫຼາດ​ການ​ທ່ອງ​ທ່ຽວ​ແລະ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ມາ​ທ່ຽວ​ສປປ​ລາວ.