ເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ຍີ່ປຸ່ນກ່າວ​ໂຕ້​ຕອບ​ຕໍ່​ການທັກ​ທ້ວງ​ຂອງ​ຍີ່ປຸ່ນ​ກ່ຽວ​ກັບ​ເລື່ອງ​ອັນ​ທີ່​ວ່າກຳ​ປັ່ນຂອງກອງທັບ​ເຮືອ​ຈີນ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມ​ຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ຮົບ​ແລະ​ຍົນຮົບ​ຂອງ​ຍີ່ປຸ່ນ

(GMT+08:00) 2013-02-09 16:06:05     cri
ຕາມ​ຂ່າວສານ​ຈີນ:ວັນ​ທີ 8 ​ກຸມພາ​ນີ້,ທ່ານ​ເຊີງຢົງ​ຮວາ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ໄດ້​ເຂົ້າພົບ​ທ່ານ​ຊີ​ຄາ​ໂອ ຄາ​ວາ​ອິ,ລັດຖະ​ມົນຕີ​ຊ່ວຍວ່າ​ການກະຊວງ​ການ​ຕ່າງປະ​​ເທດ​ຜູ້ປະຈຳ​ການຂອງ​ຍີ່ປຸ່ນ,ທ່ານ​ຊີ​ຄາ​ໂອ ຄາ​ວາ​ອິ​ໄດ້ກ່າວທັກ​ທ້ວງ​ກ່ຽວ​ກັບເລື່ອງ​ອັນ​ທີ່​ວ່າ​ ກຳ​ປັ່ນຂອງກອງທັບ​ເຮືອ​ຈີນ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມ​ຈັບ​ເປົ້າ​ໝາຍກຳ​ປັ່ນຮົບ​ແລະ​ຍົນ​ຮົບ​ຂອງ​ຍີ່ປຸ່ນ.ທ່ານ​ເຊີງ​ຢົງ​ຮວາ​,​ເອກ​ອັກຄະ​ລັດຖະທູດ​ຈີນໄດ້​ກ່າວ​ໂຕ້​ຕອບ​ການທັກ​ທ້ວງຂອງ​ຍີ່ປຸ່ນ​ໃນ​ທັນທີ.

ທ່ານ​ເຊີງ​ຢົງ​ຮວາ​ກ່າວ​ວ່າ:ນັບ​ແຕ່​ວັນ​ທີ 5 ກຸມພາເປັນ​ຕົ້ນ​ມາ,ຝ່າຍຍີ່ປຸ່ນ​​ໄດ້​ປ່າວ​ຂ່າວ​ຫຼາຍ​ເທື່ອ​ຢ່າງ​ກະທັນຫັນ​ກ່ຽວ​ກັບເລື່ອງ​ອັນ​ທີ່​ວ່າ"ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຕິດຕາມ​ຈັບ​ເປົ້າ​ໝາຍ​ກຳ​ປັ່ນ​ຮົບ​ແລະ​ຍົນ​ຮົບ​ຂອງ​ຍີ່ປຸ່ນ,​ໂດຍ​ໄດ້​ໂຄສະ​ນາກ່າວ​ຫາ​ໃນ​ອັນ​ທີ່​ເອີ້ນ​ວ່າ​"​ໄພຂົ່ມຂູ່​ຈາກ​ປະເທດ​ຈີນ", ໃສ່ຮ້າຍ​ປ້າຍສີ​ທຳລາຍ​ໂສ​ມໜ້າ​ຂອງຈີນ.ຝ່າຍຈີນ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຢ່າງຮຸນ​ແຮງ​ຕໍ່​ເລື່ອງ​ນີ້,​ແລະ​ໄດ້ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ຍີ່ປຸ່ນ.ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ໄດ້​ເປີດ​ເຜີຍ​ສະພາບ​ຄວາມ​ເປັນ​ຈິງ​ທີ່​ກ່ຽວຂ້ອງ,ຄວາມ​ເວົ້າ​ຂອງ​ຍີ່ປຸ່ນ​ແມ່ນ​ບໍ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ.ຝ່າຍຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນຈົ່ງ​ໃຊ້​ມາດ​ຕະການ​ຢ່າງ​​ແທ້​ຈິງ,ຢຸດຕິ​ການ​ກ່າວຖ້ອຍ​ຄວາມທີ່​ບໍ່​ມີ​ຄວາມຮັບຜິດຊອບ,ຈົ່ງຢຸດຕິ​ສ້າງ​ບັນຍາກາດການ​ກະທຳ​ທີ່ໃຫ້​ເກີດວິ​ກິດ​ການ,ສ້າງ​ຄວາມ​ເຄັ່ງ​ຕຶງ,ສ້າງ​ສະຖານະ​ການ​ໃຫ້​ເປັນ​ປໍ​ລະ​ປັກ​ກັນ​ແລະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ່ງມີ​ຄວາມ​ຮຸນ​ແຮງຂຶ້ນຕື່ມ.