ປີ2013,ກວາງຕຸ້ງ​ຈະ​ສົ່ງ​ຄູ​ສອນ​ພາສາ​ຈີນ110ຄົນ​ໄປ​ອາຊີ​ອາຄະ​ເນ

(GMT+08:00) 2013-02-15 15:30:08     cri
ຕາມ​ຂ່າວສານ​ຊິ​ນຮວາລາຍ​ງານ​ວ່າ: ອີງ​ຕາມ​ຂໍ້​ມູນ​ຈາກ​ຫ້ອງການ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ກວາງຕຸ້ງ​ວ່າ,ປີ2013,​ແຂວງ​ກວາງຕຸ້ງ​ຈະ​ເພີ່​ມທະວີການ​ສະໜັບສະໜູນ​ໃນ​ການ​ສອນ​ພາສາ​ຈີນ​ຕໍ່​ຕ່າງປະ​ເທດ,​ແລະມີ​ແຜນ​ວ່າ​ຈະ​ສົ່ງ​ຄູ​ສອນ​ພາສາ​ຈີນຫຼາຍ​ກວ່າ​ຈຳນວນ110ຄົນ​ໄປສອນ​ພາສາ​ຈີນ​ຢູ່​ໄທ,ຟິລິບ​ປິນ,ອິນ​ໂດ​ເນ​ເຊຍ​ແລະປະ​ເທດ​ອື່ນໆ.

ຕາມ​ການ​ແນະ​ນຳ​ຂອງ​ຫ້ອງການ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ກວາງຕຸ້ງ,​ໃນ​ປີ2013,​ແຂວງ​ກວາງຕຸ້ງ​ຈະຄັດ​ເລືອກ​ຄູ​ສອນ​ພາສາ​ຈີນຈຳນວນ16ຄົນ​ໄປ​ສະ​ຖາ​ບັນ​ມິດຕະພາບ​ສາກົນ​ອາຊີ​ອິນ​ໂດ​ເນ​ເຊຍ,​ເພື່ອ​ຊ່ວຍ​ເຫຼືອມະຫາວິທະຍາ​ໄລ​ໃນ​ແຫ່ງ​ນີ້​ໃນ​ການ​ພັດທະນາການ​ສອນ​ພາສາ​ຈີນ​; ​ພ້ອມ​ກັນນັ້ນກໍ​ຈະ​ສົ່ງຄູສອນ​ພາສາ​ຈີນ​ຂອງ​ໂຮງຮຽນ​ປະຖົມ​ແລະ​ມັດທະຍົມອື່ນໆ ​ພ້ອມ​ກັບຄູ​ອະນຸບານ​ເກືອບ 50 ຄົນກໍຈະ​ຖືກ​ສົ່ງ​ໄປ​ໂຮງຮຽນສອນ​ພາສາ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ,​ໄທ​ແລະ​ຟິລິບ​ປິນ​ເປັນຕົ້ນ.

ຫ້ອງການ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ກວາງຕຸ້ງ​ກ່າວ​ວ່າ,ຄຽງ​ຄູ່​ກັບ​ທົ່ວ​ໂລກ​ເລີ່​ມນິຍົມ​ຮຽນ​ພາສາ​ຈີນ​ຫຼາຍ​ຂຶ້ນ,ນັບ​ແຕ່​ປີ2004​ເປັນຕົ້ນ​ໄປ​ແຂ​ວງກວາງຕຸ້ງ​ກໍ​ໄດ້​ເລີ່​ມ​ເລືອກ​ສົ່ງ​ຄູ​ສອນ​ພາສາ​ຈີນ​ໄປ​ຊ່ວຍ​ເຫຼືອ​ການ​ສິດສອນ​ຢູ່​ຕ່າງປະ​ເທດ,ປັດຈຸບັນໄດ້​ສົ່ງ​ໄປ​​ແລ້ວທັງ​ໝົດ 600​ເທື່ອຄົນ​.