ເປີດການ​ຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນຈີນຢູ່​ສິງກະ​ໂປ ຈະ​ນຳ​ເອົາ​ໂອກາດ​ແລະ​ຄວາມ​ສະດວກ​ມາ​ໃຫ້​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້

(GMT+08:00) 2013-02-15 15:52:33     cri
ອ​າທິດ​ແລ້ວ​ນີ້, ນັບ​ແຕ່ທະນາ​ຄານ​ປະຊາຊົນ​ຈີນ ​ເຊິ່ງ​ເປັນ​ທະນາຄານ​ກາງຂອງ​ຈີນ ​ໄດ້​ມອບ​ສິດ​​ໃຫ້​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ ຫຼື ICBC ສາຂາ​ສິງກະ​ໂປ ​ເປັນ​ທະນາຄານ​ເປີດ​ການ​ຊຳລະສະ​ສາງ​ດ້ວຍ​ເງິນ​ຢວນຈີນ​ມາ​ນີ້, ສິງກະ​ໂປ​​ໄດ້ກາຍ​ເປັນ​ຈຸດ​ສຸມ​ທີ່​ສື່​ມວນ​ຊົນ​ຕ່າງປະ​ເທດ​ສົນ​ໃຈ​ນຳ. ມີ​ນັກວິ​ເຄາະ​ຊີ້​ອອກ​ວ່າ, ປະຈຸ​ບັນ, ການ​ຄ້າ​ລະຫວ່າງ​ຊາດ​ສ່ວນ​ຫຼາຍ​ແມ່​ນຊຳລະ​ສະ​ສາງ​ດ້ວຍ​ເງິນ​ໂດ​ລາ​ສະຫະລັດ, ​ເວລາ​ເກີດ​ມີ​ວິ​ກິດ​ການການ​ເງິນ​ເຮັດ​ໃຫ້ເງິນ​ໂດ​ລາຂາດ​ເຂີນ, ​ເຮັດ​ໃຫ້​ການ​ລະດົມ​ທຶນ​ສຳລັບ​ການ​ຄ້າ​ທີ່​ຊຳລະ​ສະ​ສາງ​ດ້ວຍ​ເງິນ​ໂດ​ລາມີ​ຕົ້ນ​ທຶນ​ສູງ​ຂຶ້ນ, ​ເງິນ​ຢວນຈີນ​ໄດ້​ເປັນທາງ​ເລືອກ​ໃໝ່​ເພື່ອ​ຊຳລະ​ສະ​ສາງການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອື່ນ.

ວັນ​ທີ13​ກຸມພາ​ນີ້, ທ່ານ​​ໂຈ​ວ່ຈິ່ນຫຼົງ ຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ສິງກະ​ໂປ​ກ່າວ​ວ່າ, ປະຈຸ​ບັນ, ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ສິງກະ​ໂປ ພວມ​ຕັ້ງໜ້າ​ກະກຽມ​ວຽກ​ງານ​ຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນຈີນ​ຢ່າງ​ຕັ້ງໜ້າ, ​ເຊິ່ງ​ເປັນ​ທະນາຄານ​ແຫ່ງ​ທຳ​ອິດ​ທີ່ຢູ່​ນອກ​ປະ​ເທດ​ຈີນ​ທີ່​ສາມາດ​ດຳ​ເນີນ​ວຽກ​ງານ​ໃນ​ຮູບ​ການ​ນີ້, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ໃຊ້​ເງິນ​ຢວນຈີນ​ຢູ່​ຕ່າງປະ​ເທດ​ໄດ້​ຢ່ວງ​ບາດກ້າວ​ທີ່ໜັກ​ແໜ້ນ​ອີກ​ກ້າວ​ໜຶ່ງ​ແລ້ວ.

​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ເງິນ​ຢວນຈີນ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​​ໃນ​ເວທີ​ສາກົນ, ຕະຫຼາດ​ເງິນ​ຢວນຈີນ​ຢູ່​ຕ່າງປະ​ເທດ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ປະຈຸ​ບັນ, ຮົງ​ກົງ​ແລະ​ໄຕ້​ຫວັນ​ລ້ວນ​ແຕ່​ມີ​ທະນາຄານ​ທີ່​ຮັບ​ຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນຈີນ, ສ່ວນ​ຕະຫຼາດ​ເງິນ​ຢວນຈີນຢູ່​ລອນ​ດອນ​ກໍ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວທີ່​ສຸດ.

ຊ່ຽວຊານ​ເຫັນ​ວ່າ, ຖ້າ​ເງິນ​ຢວນຈີນ​ຢາ​ກກາຍ​ເປັນ​ເງິນຕາ​ສາກົນ​​ຄື​ກັນ​ກັບ​ເງິນ​​ໂດ​ລາ​ຫຼື​​ເງິນ​ປອນ​ອັງກິດ​ແລ້ວ, ຈະ​ຕ້ອງປະກອບ​ດ້ວຍ3​ບາດກ້າວ ຄື: 1 ​ກາຍ​ເປັນ​ເງິນ​ຕາ​ຊຳລະສະ​ສາງ​ຂອງ​ການ​ຄ້າ​ກັບ​ຕ່າງປະ​ເທດ, 2​ແມ່ນ​ກາຍ​ເປັນ​ເງິນຕາ​ລະດົມ​ທຶນ, 3​ແມ່ນ​ກາຍ​ເປັນ​ເງິນຕາ​ສຳຮອງ.

ສິງກະ​ໂປ​ແມ່ນ​ສູນ​ການ​ຄ້າ​ເງິນຕາ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ4​ຂອງ​ໂລກ, ​ແລະແມ່ນ​ຕະຫຼາດຄ້າຂາຍ​ນ້ຳມັນ​ເຊື້ອ​ໄຟ​ແລະ​ສິນຄ້າ​ງວດ​ໃຫຍ່​ທີ່​ສຳຄັນ​ຂອງ​ອາຊີ, ປະຈຸ​ບັນ, ວົງ​ການ​ວິຊາ​ການລ້ວນ​ແຕ່​ເຫັນ​ວ່າ, ​ເງິນ​ຝາກ​ທະນາຄານ​ທີ່​ເປັນ​ເງິນ​ຢວນຈີນ​ຢູ່​ສິງກະ​ໂປ​ພຽງ​ແຕ່​ມີ​ຈຳນວນໜ້ອຍ​ກວ່າ​ແຜ່ນດິນ​ໃຫຍ່​ແລະ​ຮົງ​ກົງ​ຈີນ​ເທົ່າ​ນັ້ນ. ການ​ວິ​ເຄາະ​ຂອງ​ຂ່າວສານ​ລອຍ​ເຕີ​ເຫັນ​ວ່າ, ພາ​ຍຫຼັງທີ່​ໄດ້​ມີ​ທະນາຄານ​ທີ່​ສາມາດຊຳລະ​ສະ​ສາງ​ດ້ວຍ​ເງິນ​ຢວນຈີນ​ແລ້ວ, ສິງກະ​ໂປ​ຈະ​ສາມາດ​​ແຂ່ງຂັນ​ກັບ​ຮົງ​ກົງ​ໄດ້​ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ ​ໃນ​ການ​ຄ້າ​ທີ່​ຄິດ​ໄລ່​ດ້ວຍ​ເງິນ​ຢວນຈີນ​ທີ່​ໄດ້​ຂະຫຍາຍ​ກວ້າງ​ອອກ​ເລື້ອຍໆ​ແລະ​ຕະຫຼາດ​ຜະລິດ​ຕະພັນ​ການ​ທະນາຄານ. ສ່ວນ​ນັກວິ​ເຄາະ​ເຫັນ​ວ່າ, ການ​ແກ່ງ​ແຍ່ງ​ແບບ​ນີ້​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ຂະ​ບວນການ​ທີ່​ໃຫ້​ເງິນ​ຢວນຈີນກາຍເປັນ​ເງິນຕາ​ສາກົນ.

ສິງກະ​ໂປ​ກໍ​ມີ​ຜົນ​ສະທ້ອນ​ຕໍ່​ປະ​ເທດ​ອາ​ຊຽນຕ່າງໆ​ຢ່າງ​ຫຼວງ​ຫຼາຍ. ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຂອງ​ປະ​ເທດ​ຕ່າງໆ ​ເຊັ່ນ: ມະ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ​ແລະ​ຟີ​ລິບ​ປິນ​ເປັນ​ຕົ້ນ ລ້ວນ​ແຕ່​​ໄດ້ຕັ້ງ​ສູນ​ການ​ເງິນ​ແລະ​ສູນ​ດຳ​ເນີນ​ທຸລະ​ກິດ​ຢູ່​ສິງກະ​ໂປ, ວິ​ສາ​ຫະກິດ​ເຫຼົ່າ​ນີ້​ມີ​ການ​ພົວພັນ​ດ້ານ​ການຄ້າ​ແລະ​ການ​ລົງທຶນ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ສວນ​ເຕີ​ຈ້ຽນ ນັກວິ​ເຄາະ​ເສດຖະສາດ​ຂອງ​ທະນາຄານUOBຂອງ​ສິງກະ​ໂປ​ກ່ວວ່າ, "ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນ​ສາຂາ​ສິງກະ​ໂປ​ໄດ້ກາຍ​ເປັນ​ທະນາຄານ​ທີ່​ຊຳລະ​ສະ​ສາງ​ທຸລະ​ກິດ​ເງິນ​ຢວນຈີນ​ຂອງ​ສິງກະ​ໂປ, ​ໄດ້​ສ້າງຄວາມ​ສະດວກ​​​ໃຫ້​​ແກ່ທະນາຄານ​ການ​ຄ້າ​ແລະ​ວິ​ສາ​ຫະກິດ​ຂອງ​ສິງກະ​ໂປ, ​ໄດ້​ປະຢັດ​ຕົ້ນ​ທຶນ​ໃນ​ການ​ຄ້າຂາຍ, ​ແລະ​ສາມາດ​ດຶງ​ດູດ​ນັກທຸລະກິດ​ຫຼາຍ​ກວ່າ​ເກົ່າ​​ໃນ​ການໃຊ້​ເງິນ​ຢວນຈີນ​ມາ​ຊຳລະສະ​ສາງ​ໃນ​ການ​ຄ້າຂາຍ."