ເດັກອະນຸບານຮຽນ​ຮູ້​ຄວາມ​ຮັກ​ຄວາມແພງ​ມາ​ແຕ່​ນ້ອຍ

(GMT+08:00) 2013-02-15 16:06:18     cri

ວັນ​ທີ 14​​ ກຸມພານີ້​ແມ່ນ​ວັນ​ແຫ່ງ​ຄວາມ​ຮັກ​ຂອງປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ​ເພື່ອ​ສອນ​ໃຫ້​ເດັກນ້ອຍ​ຮູ້ຈັກ​ຄວາມ​ຮັກ​ຄວາມ​ແພງ, ​ໂຮງຮຽນອະນຸບານ ວັດທະນາ ມົງ​ແຕສ​ໂຊຣີ ​​ເລີຍ​ຖື​ເອົາ​ໂອກາດ​ນີ້​ນຳ​ເອົາເຄື່ອງອຸປະກອນ​ການຮຽນ​ ໄປມອບໃຫ້​ແກ່​ໂຮງຮຽນປະຖົມ( ຫ້ອງ​ປໍ​ກຽມ )​ວຽງ​ແກ້ວ ​ເມືອງ​ໄຊ​ທານີ. ກິດຈະກຳນີ້​ໃສ່​ຊື່ວ່າ "​ເພື່ອນ​ຊວ່ຍ​ເພື່ອນ" ແມ່ນໄດ້​ຈັດຂື້ນ​ໂດຍ​ໂຮງຮຽນອະນຸບານ ວັດທະນາ ມົງແຕສໂຊຣີ ​ເຊິ່ງເປັນ​ສວ່ນໜື່ງ​ຂອງຫຼັກສູດ​ການສອນ​ຂອງ ລະບົບ​ມົງແຕສໂຊຣີ ເພື່ອ​ສອນ​ນັກຮຽນ​ຂອງ​ພວກເຂົາເຈົ້າ​ໃຫ້ຮູ້ເຖິງ​ຄຸນຄ່າຂອງ​ການ​ໃຫ້ຄວາມສຳຄັນ​ຂອງການແບ່ງປັນ​ກັບ​ໝູ່ເພື່ອນ​ໃນສັງຄົມ. ນັກຮຽນ​ທີ່ມາ​ຈາກ​ໂຮງຮຽນ​ອະນຸບານ​ວັດທະນາ​ມົງແຕສໂຊຣີ ໄດ້​ລົງຢ້ຽມຢາມ​ໂຮງຮຽນ ປະຖົມ​( ຫ້ອງ​ປໍ​ກຽມ ) ວຽງ​ແກ້ວ ແລະ ໄດ້​ເຮັດ​ກິດຈະກຳ​ຮ່ວມກັນ​ຄື: ການຫຼີນເກມ, ຮ້ອງເພງ​ແລະ​ອື່ນໆ.

ນັກຮຽນຂອງ​ໂຮງຮຽນອະນຸບານວັດທະນາມົງ​ແຕສ​ໂຊຣີ​ແລະໂຮງຮຽນປະຖົມ( ຫ້ອງ​ປໍ​ກຽມ ) ວຽງ​ແກ້ວກຳລັງຫຼີນ​ເກມຍາດຕັ່ງ​ຮ່ວມ​ກັນ.

ນັກຮຽນກຳ​ລັງ​ກິນ​ອາຫານຫວ່າງ​ຮ່ວມ​ກັນຢູ່​ທີ່​ໂຮງຮຽນປະຖົມ( ຫ້ອງ​ປໍ​ກຽມ ) ວຽງ​ແກ້ວ

ໂຮງຮຽນອະນຸບານວັດທະນາ ມົງ​ແຕສ​ໂຊຣີ ກຳລັງ​ແບ່ງປັນອາຫານຫຼວ່າງ​ແລະ​ເຄື່ອງ​ດື່ມ​ໃຫ້​ແກ່​ນັກຮຽນໂຮງຮຽນປະຖົມ( ຫ້ອງ​ປໍ​ກຽມ ) ວຽງ​ແກ້ວ​ເນື່ອງ​ໃນງານກິດຈະກຳ​"ເພື່ອນ​ຊ່ວຍ​ເພື່ອນ".