ກອງກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອ​ງວດ​ທີ​14​ຂອງ​ກອງ​ທັບ​ເຮືອ​ຈີນ​ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ "ສັນ​ຕິ​ພາບ-​13"​ທີ່​ມີ​ກອງ​ທັບ​ເຮືອ​ຂອງ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ

(GMT+08:00) 2013-02-17 14:00:48     cri
ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອງ​ວດທີ14​ຂອງ​ກອງທັບ​ເຮືອ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,ກອງ​ກ່ຳ​ປັ່ນ​ກອງ​ນີ້​ຈະ​ໄປ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ "ສັນ​ຕິ​ພາບ-13"ທີ່​ ຈັດ​ຂຶ້ນຢູ່​ປາ​ກີ​ສະຖານ ຊຶ່ງ​ມີ​ກອງ​ທັບ​ເຮືອ​ຂອງ​ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ.

ກອງ​ກຳ​ປັ່ນ​ປ້ອງ​ກັນ​ການ​ເດີນ​ເຮືອງ​ວດທີ14​​ເດີນທາງ​ອອກ​ຈາກ​​ເມືອງ​ຊິ່ງຕາວ​ຂອງ​ຈີນ​ໃນ​ວັນ​ທີ16​ກຸມພາ​ນີ້.​ກອງ​ກຳ​ປັ່ນ​ກອງ​ນີ້​ປະກອບ​ດ້ວຍ​ກຳ​ປັ່ນ​ຂັບ​ໄລ່​ລູກ​ສອນ​ໄຟ​ນຳ​ວິຖີ​"ຮ່າ​ເອີ​ປິ່ນ",ກຳ​ປັ່ນ​ປ້ອງ​ກັນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​"ໝຽນ​ຢາງ"​ແລະ​ກຳ​ປັ່ນ​ພະ​ລາ​ທິການສັງ​ລວມ​"​ເວີ່ຍ​ຊ່ານ​ຫູ",​ມີ​ຍົນ​ເຮ​ລິ​ກົບ​ແຕ​ບັນ​ທຸກ​ເທິງ​ກຳ​ປັ່ນ2​ລຳ,​ແລະ​ມີນ​າຍ​ແລະ​ພົນທະຫານ​ທັງ​ໝົດ730​ກວ່າ​ຄົນ.

ນີ້​ແມ່ນ​ກອງ​ກຳ​ປັ່ນ​ເປີ​ໄຫ​ຈັດຕັ້ງປະຕິບັດ​ໜ້າ​ທີ່​ປ້ອງກັນການ​ເດີນ​ເຮືອ​ເປັນ​ເທື່ອ​ທີ​ສອງ​ພາຍ​ຫຼັງ​ກອງ​ທັບ​ເຮືອ​ຈີນ​ເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ​ການ​ເດີນ​ເຮືອ​ແຕ່​ປີ​2008​ເປັນ​ຕົ້ນ​ມາ.