ການສະແດງຂອງຄະນະສິລະປະຈີນຢູ່ນະຄອນຫຼວງວຽງຈັນ

(GMT+08:00) 2013-02-18 15:53:43     cri








 

ວັນ​ທີ 17 ກຸມພາ​ນີ້, ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ, ນະ​ຄອນຫຼວງ​ວຽງ​ຈັນ, ​ທ່ານ​ຟົງ ຈູ​ກົວ ຫົວ​ໜ້າ​ຄະ​ນະ​ສິ​ລະ​ປະ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ສິ​ລະ​ປະ​ຈີນ​ເດີນ​ທາງ​ມາ​ສະ​ແດງ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ,​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ອາ​ຊາງ ​ລາວ​ລີ,​ກະ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ,​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ,​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ,​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ,​ທ່ານນາງ​ປູ ຈ້ຽນ​ກົວ,​ເອກ​ອັກ​ຄະ​ລະ​ຖະ​ທູດ​ຈີນ​ປະ​ຈຳ​ລາວ, ​ມີ​ບັນ​ດາ​ແຂກ​ຖືກ​ເຊີນ,​ສື່​ມວນ​ຊົນ ​ແລະ ຊາວ​ນະ​ຄອນ​ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ,​ເຊິ່ງ​ຄະ​ນະ​ສິ​ລະ​ປະ​ຈີນ​ທີ່​ມາ​ສະ​ແດງ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຄັ້ງ​ນີ້​ແມ່ນ​ຫ້ອງ​ວ່າ​ການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ແລະ​ສະ​ມາ​ຄົມ​ແລກ​ປ່ຽນ​ກັບ​ຕ່າ​ງປະ​ເທດ​ຂອງ​ຈີນ​ຮ່ວມ​ກັນ​ມອບ​ໝາຍ​ໃຫ້​ຫ້ອງ​ວ່າ​ການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ​ຈັດ​ຂຶ້ນ​ຢູ່​ພາກ​ພື້ນ​ອາ​ຊຽນ, ​ເພື່ອ​ຢ້ຽມ​ຢາມ​ແລະ​ອວຍ​ພອນ​ບຸນ​ກຸດ​ຈີນ​ໃຫ້​ແກ່​ຄົນ​ຈີນ​ຢູ່​ລາວ​ແລະ​ຄົນ​ລາວ​ເຊື້ອ​ສາຍ​ຈີນ.

ການ​ແດງ​ຂອງ​ຄະນະ​ສິລະ​ປະ​ຈີນ​ເຊິ່ງນຳ​ໂດຍ​ທ່ານ ​ຟົງ ຈູ​ກົວ​ນຳ​ມາສະ​ແດງ​ໃນ​ຄັ້ງ​ນີ້, ​ລວມ​ມີ​ການ​ສະ​ແດງ​ບົດ​ເພງ, ຟ້ອນ,​ລະ​ຄອນ​ຕຸກ​ກະ​ຕາ​ປ່ຽນ​ໃບ​ໜ້າ, ​ແລະ ວິ​ທະ​ຍາ​ກົນ ​ແລະ​ອື່ນໆ.​ຜ່ານ​ການສະ​ແດງ​ມັນ​ໄດ້​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຊົມ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ສະ​ເພາະ​ແມ່ນ​ລະ​ຄອນ​ຕຸກ​ກະ​ຕາ​ປ່ຽນ​ໜ້າ ​ແລະ ວິ​ທະ​ຍາ​ກົນ​ທີ່​ໄດ້​ຮັບ​ສຽງ​ຄົບ​ມື​ຈາກ​ຜູ້​ເຂົ້າ​ຊົມ​ຢ່າງ​ຟົດ​ສະ​ນັ່ນ​ຫວັ່ນ​ໄຫວ.​ນອກ​ນັ້ນ,​ການ​ສະ​ແດງ​ໃນ​ຄັ້ງ​ນີ້​ຍັງ​ເພື່ອ​ເປັນ​ການ​ອວຍ​ພອນ​ປີ​ໃໝ່​ໃຫ້​ແກ່​ພີ່​ນ້ອງ​ຊາວ​ຈີນ,​ຄົນ​ລາວ​ທີ່​ມີ​ເຊື້ອ​ສາຍ​ຈີນ​ແລະ ຜູ້​ເຂົ້າ​ຊົມ​ອີກ​ດ້ວຍ.