ຈິດ​ໃຈ​ແຫ່ງ​ວັດທະນະທຳ​ຈີນ, ຮ່ວມ​ສະຫຼອງ​ລະດູບານ​ໃໝ່

(GMT+08:00) 2013-02-18 16:03:44     cri

ວັນ​ທີ 17 ກຸມພາ​ນີ້, ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ, ນະ​ຄອນຫຼວງ​ວຽງ​ຈັນ, ​ທ່ານ​ຟົງ ຈູ​ຮວາ ຫົວ​ໜ້າ​ຄະ​ນະ​ສິ​ລະ​ປະ​ຈີນ​ ໄດ້​ນຳ​ພາ​ຄະ​ນະ​ສິ​ລະ​ປະ​ຈີນ ​ເດີນ​ທາງ​ມາ​ສະ​ແດງ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ,​ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ອາ​ຊາງ ​ລາວ​ລີ,​ ກຳມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ,​ ທ່ານບໍ່​ແສງ​ຄຳ ວົງ​ດາລາ,​ ລັດ​ຖະ​ມົນ​ຕີ​ວ່າການກະ​ຊວງ​ຖະ​ແຫຼງ​ຂ່າວ,​ ວັດ​ທະ​ນະ​ທຳ​ ແລະ ​ທ່ອງ​ທ່ຽວ,​ ທ່ານນາງ ​ປູຈ້ຽນ​ກົວ, ​ເອກ​ອັກ​ຄະ​ລະ​ຖະ​ທູດ​ຈີນ​ປະ​ຈຳ​ລາວ, ​ມີ​ບັນ​ດາ​ແຂກ​ຖືກ​ເຊີນ,​ ສື່​ມວນ​ຊົນ ​ແລະ ຊາວ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

​​ຄະ​ນະ​ສິ​ລະ​ປະ​ຈີນ ​ທີ່​ມາ​ສະ​ແດງ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຄັ້ງ​ນີ້​ ແມ່ນ​ຫ້ອງ​ວ່າ​ການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ ແລະ​ ສະ​ມາ​ຄົມ​ແລກ​ປ່ຽນ​ກັບ​ຕ່າ​ງປະ​ເທດ​ຂອງ​ຈີນ ​ຮ່ວມ​ກັນ​ມອບ​ໝາຍ​ໃຫ້​ຫ້ອງ​ວ່າ​ການ​ວຽກ​ງານ​ຈີນ​ຕ່າງ​ດ້າວ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ຈີນ​ ຈັດ​ຂຶ້ນ​ຢູ່​ພາກ​ພື້ນ​ອາ​ຊຽນ, ​ເພື່ອ​ຢ້ຽມ​ຢາມ ​ແລະ ​ອວຍ​ພອນ​ບຸນ​ກຸດ​ຈີນ​ ໃຫ້​ແກ່​ຄົນ​ຈີນ​ຢູ່​ລາວ ​ແລະ ​ຄົນ​ລາວ​ເຊື້ອ​ສາຍ​ຈີນ.


ກ່ອນ​ການສະ​ແດງ, ທ່ານ​ຟົງ ຈູ​ຮວາ​ກ່າວ​ວ່າ, ​​ເປັນ​ໄລຍະ​ດົນ​ນານ​ມາ​ນີ້, ຊາວ​ຈີນ​ທີ່ອາ​ໄສ​ຢູ່​ລາວ​ ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ດີ​ເລີດ​ຂອງ​ຈີນ ​ຄື​ ດຸໝັ່ນ, ກ້າຫານ, ຮັກຫອມ​ສັນຕິພາບ, ​ແລະ​ມີ​ຄວາມ​ສາມັກ​ຄີ​ຊ່ວຍ​ເຫຼື​ອ ​ເຊິ່ງກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ກັບ​ຄົນລາວ​ ແລະ ​ຮ່ວມ​ທຸກຮ່ວມສຸກ​ນຳ​ກັນ, ​ໄດ້​ສ້າງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ລາວ-​ຈີນ, ​ໄດ້​ປະກອບສ່ວນອັນຕັ້ງໜ້າ​ເຂົ້າ​ໃນ​ການ​ສົ່ງ​ເສີມ​ວັດທະນະທຳ​ຈີນ, ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມຂອງລາວ​​ ແລະ​ ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ​ມິດຕະພາບ​ລາວ​-ຈີນ​ ໃຫ້​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ.

ການ​ສະແດງ​ຂອງ​ຄະນະ​ສິລະ​ປະ​ຈີນ​​ໃນ​ຄັ້ງ​ນີ້, ​ລວມ​ມີ​ການ​ສະ​ແດງ​ບົດ​ເພງ, ການຟ້ອນ,​ ລະ​ຄອນ​ຕຸກ​ກະ​ຕາ​ປ່ຽນ​​ໜ້າ, ​ວິ​ທະ​ຍາ​ກົນ ​ແລະ​ອື່ນໆ.​ ຜ່ານ​ການສະ​ແດງ​ ​ໄດ້​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຊົມ​ຢ່າງ​ຫຼວງ​ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ລະ​ຄອນ​ຕຸກ​ກະ​ຕາ​ປ່ຽນ​ໜ້າ ​ແລະ ວິ​ທະ​ຍາ​ກົນ ​ທີ່​ໄດ້​ຮັບ​ສຽງ​ຕົບ​ມື​ຈາກ​ຜູ້​ເຂົ້າ​ຊົມ​ຢ່າງ​ຟົດ​ສະ​ນັ່ນ​ຫວັ່ນ​ໄຫວ.​


1 2