ທ່ານ​ຊິນ​ໂຈ ອາ​ເບະ​ເດີນ​ທາງ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ

(GMT+08:00) 2013-02-21 16:19:06     cri
ຕາມ​ຂ່າວCRI: ທ່ານ​ຊິນ​ໂຈ ອາ​ເບະ,ນາຍົກລັດຖະມົນຕີຍີ່ປຸ່ນ​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ໃນ​ວັນ​ທີ21​ກຸມ​ພາ​ນີ້,​ແລະ​ມີ​ແຜນ​ຈະ​ຈັດ​ການ​ເຈ​ລະ​ຈາ​ກັບ​ທ່ານ​ບາ​ຣັກ ​ໂອ​ບາ​ມາ,ປະ ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຢູ່​ວໍ​ຊິງ​ຕັນ.​ສື່​ຍີ່​ປຸ່ນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ໃນ​ເວລາ​ເຈ​ລະ​ຈາ,​ທ່ານ​ຊິນ​ໂຈ ອາ​ເບະ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ໂອ​ບາ​ມາ​ກ່ຽວ​ກັບ​ບັນ​ຫາ​ດ້ານ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ເສດ​ຖະ​ກິດ,​ຈຸດ​ປະ​ສົງ​ຕົ້ນ​ຕໍ​ແມ່ນ​ເພື່ອ​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ການ​ພົວ​ພັນ​ອັນ​ໝັ້ນ​ແກ່ນ​ຂອງ​ພັນ​ທະ​ມິດ​ຍີ່​ປຸ່ນ​ອາ​ເມ​ລິ​ກາ,​ຊຶ່ງ​ເປັນ​ວິ​ທີ​ຮັບ​ມື​ກັບ​ການ​ປ່ຽນ​ແປງ ຂອງ​ສະ​ຖາ​ນະ​ການ​ອາ​ຊີ​ຕາ​ເວັນ​ອອກ.

ສື່​ຍີ່ປຸ່ນ​ຍັງ​ເຜີຍ​ໃຫ້​ຮູ້ວ່າ,​ໃນ​ການ​ເຈລະຈາ,ຜູ່​ນຳ​ຂອງ​ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ນະ​ໂຍບາຍ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ,​ຮັກ​ສາ​ຄວາມ​ໝັ້ນ​ຄົງ,​ເສດ​ຖະ​ກິດ​ແລະ​ພະ​ລັງ​ງານ,​ຫົວ​ຂໍ້​ຕົ້ນ​ຕໍ​ມີ:​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ,​ບັນ​ຫາ​ຍ້າຍ​ບ່ອນ​ຂອງ​ສະ​ໜາມ​ບິນ​ກອງ​ທັບ​ອາ​ເມ​ລິ​ກາ​ປະ​ຈຳ​ຍີ່​ປຸ່ນ​ທີ່​ຟູ​ເທັນ​ມາ,​ພ້ອມ​ດ້ວຍ​ບັນ​ຫາ​ທີ່​ຍີ່​ປຸ່ນ​ຈະ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ຂ້າມ​ປາ​ຊິ​ຟິກ​ຫຼື​ບໍ່​ເປັນ​ຕົ້ນ.

ນອກ​ນີ້,ພາຍຫຼັງການ​ເຈລະຈາລະ​ຫວ່າງ​ຜູ່​ນຳ​ຂອງ​ສອງ​ປະ​ເທດ,ທ່ານ​ຟູ​ມິ​ໂອ ຄິຊິ​ດະ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ຍັງ​ຈະ​ຈັດ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຈອນ ຟອບສ໌ ​ເຄ​ຣີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເປັນ​ເທື່ອ​ທຳ​ອິດ.