ຈີນ​ກ່າວ​ວ່າ ​​ທຸ່ນ​ໝາຍ​ທີ່​ຕັ້ງ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ແມ່ນ​ໃຊ້​ສຳ​ລັບ​ການ​ຕິດ​ຕາມ​ວັດ​ແທກ​ທາງ​ອຸ​ຕຸ​ນິ​ຍົມ ບໍ່​ແມ່ນ​ເລື່ອງ​ທີ່​ຈະ​ນຳ​ມາ​ໂຕ້​ຖຽງ​ກັນ

(GMT+08:00) 2013-02-26 16:54:00     cri
ຕາມ​ຂ່າວCRI:​ກ່ຽວ​ກັບຍີ່ປຸ່ນ​ກ່າວ​ວ່າ,ຈີນ​ຕັ້ງ​ທຸ່ນ​ໝາຍ​ທີ່​ຕັ້ງ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ແມ່ນ​ເພື່ອ​ເກັບ​ກຳ​ຂ່າວ​ຄວາມ​ລັບ​ຂອງ​ຍີ່​ປຸ່ນ,​ທ່ານ​ນາງ​ຮ້ວາ​ຊຸ່ນ​ອີງ,​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ​26​ກຸມ​ພາ​ນີ້​ວ່າ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ຕັ້ງ​ທຸ່ນ​ແທກ​ລະ​ດັບ​ນ້ຳ​ທະ​ເລ​ຢູ່​ເຂດ​ທະ​ເລ​ທີ່​ຈີນ​ມີ​ສິດ​ບໍ​ລິ​ຫານ​ຄຸ້ມ​ຄອງ,​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ດຳ​ເນີນ​ການ​ຕິດ​ຕາມ​ວັດ​ແທກ​ທາງ​ອຸ​ຕຸ​ນິ​ຍົມ​ເທິງ​ທະ​ເລ,​ບໍ່​ແມ່ນ​ເລື່ອງ​ທີ່​ຈະ​ນຳ​ມາ​ໂຕ້​ຖຽງ​ກັນ.