ສື່​ມວນ​ຊົນ​ຍີ່ປຸ່ນ​ກ່າວ​ວ່າ​ກຳ​ປັ່ນ​ລາດ​ຕ​ະເວນ​ຂອງ​ຈີນ​​ໄດ້​ເລັງ​ປືນ​ກົນໜັກ​ໃສ່​ເຮືອ​ປະມົງ​ຍີ່ປຸ່ນ​ນັ້ນແມ່ນ​ຄວາມ​ເວົ້າ​ທີ່​ບໍ່​ມີ​ຫຼັກ​ຖານ​ແລະ​ບໍ່​ມີ​ມູນ​ຄວາມ​ຈິງ

(GMT+08:00) 2013-02-28 10:24:27     cri
ຕາມ​ຂ່າວCRI: ​ເວັບ​ໄຊ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ລາຍ​ງານ​ວ່າ, ວາລະສານ"ພົສທ໌"ຂອງ​ຍີ່ປຸ່ນ​ສະບັບ​ວັນ​ທີ 27 ກຸມພາ​ນີ້​ລາຍ​ງານ​ວ່າ, ວັນ​ທີ​ທີ 18 ກຸມພາ​ນີ້, ກຳ​ປັ່ນ​ລາດ​ຕ​ະເວນ​ເລກ 66 ​ຂອງ​ຈີນ​ໄດ້​ເລັງ​ປືນ​ກົນ​ໜັກ​ໃສ່​​ເຮືອ​ປະມົງ​ຍີ່ປຸ່ນ​ຢູ່​ເຂດ​ທະ​ເລ​​ເກາະ​ຕ້ຽວ​ອີ​, ​ແລະ​ກ່າວ​ວ່າ​ຖ້າຫາກ​ວ່າ​ມີ​ການຍິງ​ປືນ, ​ລູກ​ເຮືອ​ຈະ​ເສຍ​ຊີວິດ​ໝົດ. ຕໍ່​ເລື່ອງ​ນີ້, ​ໂຄສົກ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ຕອບ​ໂຕ້​ວ່າ, ກຳ​ປັ່ນ​ລາດຕະ​ເວນ​ດັ່ງກ່າວ​ບໍ່​ໄດ້​ປະກອບ​ປືນ​ກົນໜັກ, ​ແລະ​ການ​ເຄື່ອນ​ໄຫວ​ປະຕິບັດ​ກົດໝາຍ​ຕໍ່​ເຮືອ​ປະມົງ​ຍີ່ປຸ່ນ​ແມ່ນ​ຊອບ​ກົດໝາຍ, ກາ​ນລາຍ​ງານ​ທີ່​ກ່ຽວຂ້ອງ​ແມ່ນ​ບໍ່​ມີ​ຫຼັກ​ຖານ​ແລະ​ບໍ່​ມີ​ມູນ​ຄວາມ​ຈິງ. ນັກ​ການ​ເມືອງ​ແລະ​ສື່​ມວນ​ຍີ່ປຸ່ນ​ຈຳນວນ​ໜຶ່ງ​​ມີ​ຈຸດປະສົງ​ອັນເລິກ​​ແລບ​ກ່າວ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ການ​ເຄື່ອນ​ໄຫວ​ປະຕິບັດ​ກົດໝາຍ​ຕາມປົກກະຕິ​ຂອງ​ກຳ​ປັ່ນ​ລາດຕະ​ເວນ​ຈີນ, ​ໄດ້​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ, ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ສອງ​ປະ​ເທດ, ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ.