ຍີ່​ປຸ່ນຕິດຕາມກ່ຳ​ປັ່ນ​ແລະ​ຍົນ​ຂອງ​ຈີນ​ຢ່າງ​ໃກ້ຊິດ​ເປັນ​ໄລຍະ​ຍາວ​ນານ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ເກີດ​ບັນຫາ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ

(GMT+08:00) 2013-02-28 18:13:04     cri
ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກຸມພາ​ນີ້,ທ່ານ​ເກີງຢ້ຽນ​ເຊິ່ງ ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: ​ໃນ​ໄລຍະ​ດົນ​ນານ​ມາ​ນີ້,ຍີ່​ປຸ່ນ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່​ກ່ຳ​ປັ່ນ​ແລະ​ຍົນ​ຂອງ​ຈີນ​ທີ່​ປະຕິບັດ​ໜ້າທີ່​​ແລະ​ການ​ຝຶກ​ຊ້ອມ​ຕາມ​ປົກ​ກະ​ຕິ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວຂ້ອງ,ນີ້​ເປັນສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ເກີດ​ມີ​ບັນຫາ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ຍີ່​ປຸ່ນ.

ຫວ່າງ​ແລ້ວນີ້,ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ຍີ່​ປຸ່ນ​ໄດ້​ພົບ​ປະ​ເຈລະຈາ​ກັບລັດຖະມົນຕີ​ກອງທັບ​ເຮື​ອອາ​ເມ​ລິ​ກາ​​ໂດຍ​ໄດ້​ປຶກສາ​ຫາລື​ບັນຫາກ່ຽວ​ກັບ​ກົນ​ໄກສື່ສານ​ທາງ​ທະ​ເລ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ກອງ​ປ້ອງກັນ​ຕົນ​ເອງ​ຍີ່​ປຸ່ນກັບ​ກອງທັບ​ຈີນ​ເກີດ​ການ​ປະ​ທະ​ກັນ​​ໂດຍ​ບັງ​ເອີນ, ຝ່າຍຍີ່​ປຸ່ນກ່າວວ່າ​ຫວັງ​ຢາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ອາ​ເມ​ລິ​ກາ.ກ່ອນ​​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ,ທ່ານ​ຊິນ​​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່ປຸ່ນ​ໄດ້​ກ່າວ​ຖ້ອຍ​ຄວາມ​ແຂງ​ກະດ້າງ​ຕໍ່​ຈີນ.

ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ເກີ​ງຢ້ຽນ​ເຊິ່ງກ່າວ​ວ່າ ຈີນ​ໄດ້ເອົາ​ໃຈ​ໃສ່​ບັນຫາ​ຄວ​າມປອດ​ໄພ​ທາງ​ທະ​ເລ​ມາ​ໂດຍ​ຕະຫຼອດ,ຈີນຫວັງ​ວ່າ​ເຫດການ​ທີ່​ບໍ່​ຄາດ​ຫວັງ​ທາງ​ທະ​ເລ​ຄົງ​ຈະ​ບໍ່​ເກີດ​ຂຶ້ນ.​ແຕ່​ວ່າ ຜູ້​ນຳ​ຍີ່​ປຸ່ນກ່າວ​ຖ້ອຍ​ຄວາມ​ທີ່​ທ້າ​ທາຍ​ເກາະ​ຜິດ ​ເລື້ອຍ​ໆ​ເວົ້າທີ່ວ່າ: ​ຈີນ​ເປັນ​ໄພ​ຂົ່ມ​ຂູ່​,ພົ້ນ​ເດັ່ນ​ບັນຫາ​ການ​ທະຫານ​ແລະ​ມີ​ເຈດ​ຕະນາ​ກໍ່ການ​​ເປັນປໍ​ລະ​ປັກ​ກັນ​ທາງ​ດ້ານການ​ທະຫານ.ປະຈຸ​ບັນ,ຍີ່ປຸ່ນຄວນ​ລະມັດລະວັງ​ທັງ​ຄວາມ​ເວົ້າ​ແລະ​ການ​ກະທຳ​ຂອງ​ຕົນ​ເອງ,ຢຸດຕິ​ການ​ກ່າວ​ຖ້ອຍ​ຄວາມ​ທີ່ບໍ່​ຖືກຕ້ອງ​ແລະ​ບໍ່​ມີ​ມູນ​ຄວາມ​ຈິງ,​​ເພື່ອ​ແກ້​ໄຂ​ບັນຫາຕ່າງ​ໆ​ເປັນ​ຕົ້ນ​ແມ່ນ​ບັນຫາ​ເກາະ​ຕ້ຽວ​ອີ​ໃຫ້​ຖືກຕ້ອງ​ເໝາະສົມ,​ໃຊ້​ມາດ​ຕະການ​ຕົວ​ຈິງ​ເພື່ອ​ສ້າງ​ເງື່ອນ​ໄ​ຂ​ໃຫ້​ແກ່​ການ​ປັບປຸງ​ການ​ພົວພັນ​ລະຫວ່າງສອງ​ຝ່າຍ​ໃຫ້​ດີ​ຂຶ້ນ.