ຈີນ​​ໃຫ້​ຄຳ​ຕອບ​ຕໍ່​ຄຳ​ເວົ້າ​​ທີ່ວ່າ​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​​ໄຟເລັງ​ໃສ່ກຳ​ປັ່ນ​ຂອງ​ຍີ່ປຸ່ນ​ ​ໂດຍ​ກ່າວ​ວ່າ ຍີ່ປຸ່ນ​ເວົ້າ​ໂຍກ​ຂ່າວ​ປອມ​ແມ່ນ​ບໍ່​ມີ​ທ່າ​ທີ​ທີ່​ຮັບຜິ​ດຊອບ

(GMT+08:00) 2013-02-28 18:04:07     cri
ຕາມ​ຂ່າວcri: ​ໂດຍ​ແນ​ໃສ່​ຄຳ​ເວົ້າ​ຂອງ​ຝ່າຍ​ຍີ່​ປຸ່ນທີ່​ວ່າຣາດາ​ຄວບ​ຄູ​ມ ກຳລັງ​ໄຟ​ແລະກຳ​ປັ່ນ​ກວດກາ​ນທາງ​ທະ​ເລ​​ຈີນ​​ໃຊ້ປືນ​ກົນເລັງ​ໃສ່ກຳ​ປັ່ນ​ຂອງ​ຍີ່ປຸ່ນ, ວັນ​ທີ28ກຸມພາ​ນີ້, ທ່ານ​ນາງ​ຮວາ​ຊຸ່ນອິງ, ​​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່ປັກ​ກິ່ງ​ວ່າ, ຍີ່ປຸ່ນ​​ເວົ້າ​ໂຍກຂ່າວ​ປອມ​ແມ່ນ​ບໍ່​ມີ​ທ່າ​ທີ​ທີ່​ຮັບ​ຜິດຊອບ, ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ເຄົາລົບ​​ເລື່ອງ​ຈິງ, ສະ​ແດງອອກ​ຄວາມ​ຈິງ​ໃຈ​ຢ່າງ​ແທ້​ຈິງ, ທຳ​ຄວາມ​ພະຍາຍາມ​ຢ່າງ​ຈິງ​​ເພື່ອຄວບ​ຄຸມ​ແລະແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ສົນທະນາ​ກັນ.

ວັນ​ທີ27ກຸມພາ​ນີ້, ທ່ານ​ຊິນ​ໂຈ່ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ໃນ​ສະພາ​ສູງ​ຂອງ​ຍີ່ປຸ່ນ​ວ່າ, ​ຄາດ​ຄະ​ເນຍາກຕໍ່​ເຈດ​ຕະນາ​ຂອງ​ຈີນທີ່​ກຳ​ປັ່ນ​ຮົບຈີນ​​ໃຊ້ຣາດາ​ຄວບ​ຄຸມ​ກຳລັງ​ໄປ​ເລັງ​ໃສ່​ກຳ​ປັ່ນ​ຮົບ​ແລະ​ຍົນ​ຂອງ​ຍີ່ປຸ່ນ​, ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ສ້າງ​ກົນ​ໄກ​ປະສານ​ງານ​ເທິງ​ທະ​ເລ​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້, ຫຼີກ​ເວັ້ນບໍ່​ໃຫ້ສະພາວະ​ການ​ທີ່ບໍ່​ໄດ້​ຄາດ​ຄະ​ເນ​ເກີດຂຶ້ນອີກ. ວັນ​ທີ27ກຸມພາ​ນີ້, ສື່​ຍີ່ປຸ່ນ​ຍັງ​ໄດ້​ເຜີຍ​ແຜ່​ຮູບ​ຖ່າຍ​ອັນ​ທີ່​ວ່າກຳ​ປັ່ນ​ກວດກາ​ນທາງ​ທະ​ເລ​ຂອງ​ຈີນ​​ໄລ່ຕາມ​ເຮືອ​ຫາ​ປາ​ຂອງ​ຍີ່ປຸ່ນ, ກ່າວ​ວ່າ "ຖ້າ​ຫາກ​​​ຍິງປືນ​ໃສ່,​​ເຮືອ​ຫາ​ປາ​ແລະ​ລູກ​ເຮືອ​ຈະ​​ຈົມ​ໃສ່ທະ​ເລ."