ພິທີ​ເປີດ​ຫ້ອງການ​ຕະຫຼາດ​ຂອງ NAKHONE SHOPPING PLAZA

(GMT+08:00) 2013-03-01 19:22:02     cri

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 1 ມີນາ ​ນີ້, ສູນ​ການ​ຄ້າ ນະຄອນ​ຊັບຊ໋ອບປີ້ງພຣາຊາ​ ​ໄດ້​ເປີດບໍລິການ​ຂອງ​ຫ້ອງການ​ຕະຫຼາດຢ່າງ​ເປັນ​ທາງ​ການ.


ສູນ​ການ​ຄ້າ ນະຄອນ​ຊັບຊ໋ອບປີ້ງພຣາຊາ​​ແມ່ນ​ ບໍລິສັດ ຮວາ​ເສີນ​ລົງທຶນ ພັດທະນາ​(ລາວ) ຈໍາກັດ ​ແລະ ບໍລິສັດ​ກຸ່ມ​ນະຄອນ​ຊັບ​ຈໍາ​ກັດ​ເປັນ​ຜູ້​ລົງທຶນ.


ປະທານ​ບໍລິສັດ​ຮວາ​ເສີນ​ລົງທຶນ​ພັດທະນາ(ລາວ)ຈຳກັດ​ແຈ້ງ​ໃຫ້​ຊາບ​ວ່າ,​ນະຄອນ​ຊັບ SHOPPING ພຣາຊາ ຈະ​​ເປັນຈຸດ​ທີ່​ຕັ້ງ​ໃໝ່​ທີ່​​ໂດດ​ເດັ່ນ​ໃນ​ນະຄອນຫຼວງ​ວຽງ​ຈັນ, ​ທັງ​ເປັນສະຖານ​ທີ່ ຊື້​ສິນຄ້າ ທີ່ທັນ​ສະ​ໄໝ ​ແລະ ມີ​ ຕຶກ​ອາຄານ​ ທີ່​ມີ 6 ຊັ້ນ, ​ເປັນ​ສູນ​ການ​ຄ້າ​ທີ່​ຄົບ​ວົງ​ຈອນ ທີ່​ມີ​ລັກສະນະ​ໃຫຍ່​ທີ່​ສຸດ, ລະດັບ​ສູງທີ່​ສຸດ, ການ​ກໍ່ສ້າງ​ໄວ​ທີ່​ສຸດ, ຮູບ​ແບບ​ອາຄານ​ງາມ​ທີ່​ສຸດ ​ໃນ​ປັດຈຸບັນ
ທ່ານ​ກ່າວ​ຕື່ມ​ອີກວ່າ,​ນະຄອນ​ຊັບ SHOPPING ພຣາຊາ ມີ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 80 ລ້ານ​ໂດ​ລາ​ສະຫະລັດ, ຄາດ​ວ່າພາຍ​ໃນ​ປີ2013ນີ້​ຈະ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ.ຮອດ​ເວລາ​ນັ້ນ,​ໂຄງການ​ຈະ​ສາມາດ​ປະກອບສ່ວນ​ທາງ​ດ້ານ​ພາສີ​ອາກອນ​ໃຫ້​ພາກ​ລັດ, ​ສະໜອງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທໍາ​​ໃຫ້ຢ່າງ​ໜ້ອຍ 5000 ຄົນ, ພ້ອມ​ທັງ​ສົ່ງ​ເສີມ​ການ​ເຕີບ​​ໂຕ​ທາງ GDP (ຍອດ​ພະ​ລິດ​ຕະພັນ​ພາຍ​ໃນ) ຂອງ​ນະຄອນຫລວງ​ວຽງ​ຈັນ​ອີກ​ດ້ວຍ. ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ,ນະຄອນ​ຊັບ SHOPPING ພຣາຊາສາມາດຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການ​ຂອງປະຊາຊົນ​ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງຈະ​ເປັນການ​ດຶງ​ດູດ​ເງີ​ນລົງທຶນ, ບຸກຄະລາ​ກອນ​ທີ່​ມີ​ຄວາມ​ຮູ້​ຄວາມສາມາດ, ​ແຫລ​ງຂໍ້​ມູນ​ຂ່າວສານ ​ແລະ ສິ່ງ​ອື່ນໆ ລວມທັງ​ການ​ນໍາ​ເອົາ​ສິນຄ້າ ​ແລະ ປະສົບ​ການ​ການຄຸ້ມ​ຄອງ​ບໍລິຫານທີ່​ທັນ​ສະ​ໄໝ​ເຂົ້າ​ມາ​ໃນ​ນະຄອນຫລວງ​ວຽງ​ຈັນ, ພ້ອມ​ນັ້ນ​ກໍ່​ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສໍາ​ຄັນ​ໜຶ່ງ ​ໃນ​ການ​ພັດທະນາ​ຕົວ​ເມືອງ​ນະຄອນຫລວງ​ວຽງ​ຈັນ​ອີກ​ດ້ວຍ.