ເຈົ້າໜ້າ​ທີ່​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ກົນ​ອຸ​ບາຍ​ຂອງ​ຍີ່​ປຸ່ນ​ທີ່​ຢາກ​ຍຶດ​ຄອງ​​ເກາະ​ຕ້ຽວ​ອີ​ຢ່າງ​ຖາ​ວອນ​ນັ້ນ​ບໍ່​ສາ​ມາດ​ບັນ​ລຸ​ເປັນ​ຈິງ​ໄດ້

(GMT+08:00) 2013-03-01 12:35:41     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ28​ກຸມ​ພາ​ແລ້ວນີ້,ທ່ານ​ລໍ​ຈ້າວ​ຮຸ່ຍ,​ຫົວ​ໜ້າ​ກົມ​ອາ​ຊີ​ຂອງ​ກະ ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ການ​ຕໍ້​ສູ້​ຂອງ​ຈີນ​ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​ນັ້ນ​ໄດ້​ຮັບ​ຄວາ​ມຄືບ​ໜ້າ​ທີ່​ສຳ​ຄັນ,​ກົນ​ອຸ​ບາຍ​ຂອງ​ຍີ່​ປຸ່ນ​ທີ່​ຢາກ​ຍຶດ​ຄອງ​ເກາະ​ຕ້ຽວ​ອີ ຢ່າງ​ຖາ​ວອນ​ນັ້ນ​ບໍ່​ສາ​ມາດ​ບັນ​ລຸ​ເປັນ​ຈິງ​ໄດ້.

ທ່ານ​ລໍ​ຈ້າວ​ຮຸ່ຍ​ຊີ້​ອອກ​ວ່າ,​ໄລຍະ​ມໍ່ໆ​ມາ​ນີ້,ຍີ່ປຸ່ນ​ໄດ້​ໃຊ້ການ​ກະທຳຕ່າງໆ​​ທີ່​ບໍ່​ດີ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ,​ເປັນ​ຕົ້ນ​ແມ່ນ: "ການ​ຊື້​ເກາະ",​ລ່ວງ​ລ້ຳ​ນ່ານ​ນ້ຳທ​ະ​ເລ​ແລະ​ນ່ານ​ຟ້າ​ຂອງ​ເກາະ​ຕ້ຽວ​ອີ,​ລົບ​ກວນ​ການ​ລາດ​ຕະ​ເວນ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​ເປັນ​ປົກ​ກະ​ຕິ​ຂອງ​ກຳ​ປັ່ນ​ຕິດ ຕາມ​ທາງ​ທະ​ເລ​ຂອງ​ຈີນ.​ຫວ່າງ​ມໍ່ໆ​ມາ​ນີ້,​ຍີ່​ປຸ່ນ​ຍັງ​ເຮັດ​ເລື່ອງ​ທີ່ "ຮ້ອງ​ຂໍ​ໃຫ້​ເກາະ​ຕ້ຽວ​ອີ​ເປັນ​ມໍ​ລະ​ດົກ​ໂລກ",​ເສກ​ສັນ​ປັ້ນ​ແຕ່ງ​ແລະ​ໂຄ​ສະ​ນາ​ອັນ​ທີ່​ວ່າ "ກຳ​ປັ່ນ​ຮົບ​ຈີນ​ໃຊ້​ຣາ​ດາ​ຄວບ​ຄຸມ​ກຳ​ລັງ​ໄຟ​ເລັງ​ໃສ່​ກຳ​ປັ່ນ​ແລະ​ຍົນ​ຂອງ​ຍີ່​ປຸ່ນ",​ຈຸດ​ປະ​ສົງ​ຂອງ​ເຂົາ​ເຈົ້າ​ແມ່ນ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ,ຊຸກ​ຍູ້​ໃຫ້​ບັນ​ຫາ​ເກາະ​ຕ້ຽວ​ອີ​ກາຍ​ເປັນ​ບັນ​ຫາ​ສາ​ກົນ.

ທ່ານ​ລໍ​ຈ້າວ​ຮຸ່ຍ​ກ່າວ​ວ່າ,​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ທີ່​ຢູ່​ບໍ​ລິ​ເວນ​ນັ້ນ​ແມ່ນ​ດິນ​​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ.​ທ່ານ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ປະ​ເຊີນ​ໜ້າ​ຕໍ່​ປະ​ຫວັດ​ສາດ​ແລະ​ຄວາມ​ເປັນ​ຈິງ​ໃນ​ປະ​ຈຸ​ບັນ,​ຊອກ​ຫາ​ວິ​ທີ​ແກ້​ໄຂ​ແລະ​ຄວບ​ຄຸມ​ບັນ​ຫາ​ນີ້​ຢ່າງ​ເໝາະ​ສົມ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ແລະ​ປຶກ​ສາ​ຫາ​ລື​ກັນ.