ໄຂກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ

(GMT+08:00) 2013-03-03 16:21:32     cri

ຕາມ​ຂ່າວCRI, ຕອນ​ບ່າຍ​ວັນ​ທີ3​ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ປຶກສາ​ການ​ເມືອງ​ສູງ​ສຸດ​ຂອງ​ຈີນ ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.



ນີ້​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່​ງຊາດ​ຈີນສະ​ໄໝ​ທີ12 ​ໃນ​ໄລຍະ​ຕຳ​ແໜ່​ງທີ່​ເປັນ​ເວລາ5​ປີ, ຜູ້ນຳ​ພັກ​ແລະ​ລັດ ​ເຊັ່ນ ທ່ານ​ຫູ​ຈີນ​ທາວ, ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ

ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ11​ໄດ້​ຕາງໜ້າ​ຄະນະ​ປະຈຳ​ຊຸດ​ກ່ອນ, ລາຍ​ງານ​ວຽກ​ງານ​ໃນ5​ປີຜ່ານມາ​ຕໍ່​ກອງ​ປະຊຸມ. ທ່າ​ນກ່າວ​ວ່າ, 5ປີຜ່ານມາ, ສະພາ​ປຶກສາ​ການ​​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ປິ່ນ​ອ້ອມ​ການ​ສ້າງສາ​ເສດຖະກິດ, ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ຕ່າງໆ ​ເຊັ່ນ: ພັດທະນາ​ອຸດສາຫະກຳ​ຈະ​ເລີ​ນ​ໃໝ່ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ, ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມືອງ​ແລະ​ການ​ສ້າງສາ​ຊົນນະບົດ​​ແບບໃໝ່, ປະຕິບັດ​ຍຸດ​ທະ​ສາດ​ທະ​ເລ​ເຫຼົ່າ​ນີ້​ເປັນ​ຕົ້ນ, ​ໄດ້​ຈັດ​ເຂົ້າ​ໃນ​​ແຜນການ5​ປີ​ຄັ້ງ​ທີ12​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະແຜນການ​ສະ​ເພາະ​ຕ່າງໆ. ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​​ແຫ່ງ​ຊາດຈີນ​ຍັງ​ໄດ້​ປິ່ນ​ອ້ອມ​ບັນຫາ​ທີ່​ພົວພັນ​ເຖິງ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຂອງ​ປະຊາຊົນ​ໂດຍ​ກົງ​ແລະ​ບັນຫາ​ທີ່​ປະຊາຊົນ​ເອົາ​ໃຈ​ໃສ່​ທີ່​ສຸດ ​ເພື່ອ​ດຳ​ເນີນ​ການ​ສຳ​ຫຼວດຄົ້ນຄວ້າ, ສະ​ເໜີ​ໃຫ້​ຊຸກ​ຍູ້​ການ​ສຶກສາ​ພາກ​ບັງຄັບ​ພັດທະນາ​ຢ່າງ​ສະ​ໝ່ຳສະ​ເໝີ, ຈັດ​ສັນ​ການ​ປະກອບ​ອາຊີບ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ, ຊຸກຍູ້​ວຽກ​ງານ​ປະກັນ​ໄພລ້ຽງ​ດູ​ຜູ້​ເຖົ້າ​ທາງ​ສັງຄົມ​ຢູ່​ຊົນນະບົດ​ແບບ​ໃໝ່, ຊຸກຍູ້​ຈຸດ​ທົດ​ລອງ​ປະຕິ​ຮູບ​ໂຮງໝໍ​ຫຼວງ​ແລະ​ອື່ນໆ, ​ໄດ້​ຊຸກ​ຍູ້​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ກ່ຽວ​ກັບ​ວຽກ​ງານ​ຂອງ​ສະພາ​ປືກສາ​ການ​ເມືອງ​ຊຸດ​ໃໝ່, ທ່ານ​ເຈຍ​ຊິງ​ລິນ​ສະ​ເໜີ​ໃຫ້​ວຽກ​ງານ​ຂອງ​ສະພາ​ປຶກສາ​ການ​ເມືອງ​ຕ້ອງ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໄວ້​ຢູ່​ອັນ​ດັບ​ທີ​ໜຶ່ງ, ກຳມະການ​ຕ້ອງ​ລົງ​​ໄປ​ຊອກ​ຮູ້ສ​ະພາບ​ຕົວ​ຈິງ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ, ດູດ​ເອົາ​ທາດ​ບຳລຸງດ້ານ​ສະຕິ​ປັນຍາ​ຈາກ​ປະຊາຊົນ, ຜ່ານ​ຈາກ​ການ​ລົງ​ຮາກ​ຖານ, ຍົກ​ຄຸນ​ນະພາ​ບຂອງ​ການ​ປຶກ​ສາ​ການ​ເມືອງ​ແລະ​ປະກອບ​ຄຳ​ເຫັນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ.