ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ກ່າວ​ວ່າ ຈີນ​ແລະ​ຍີ່ປຸ່ນຄວນແກ້​ໄຂ​ບັນຫາ​ໂດຍ​ສັນຕິ ​ຫຼີກ​ເວັ້ນການ​ປະ​ທະ​ກັນ

(GMT+08:00) 2013-03-04 11:28:42     cri
ວັນ​ທີ3ມີນາ​ນີ້, ຢູ່​ທີ່ປັກ​ກິ່ງ​,ທ່ານ​ເສີງ​ໂຢງຮວາ, ກຳມະການ​ສະພາ​ປຶ​ກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ກ່າວ​ວ່າ, ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຈີນ-ຍີ່​ປຸ່ນຢູ່​ໃນ​ສະພາບ​ທີ່​ບໍ່​ດີ​ນັບ​ແຕ່​ການ​ຟື້ນ​ຟູ​ການ​ພົວພັນ​ລະຫວ່າງ​ຈີນ-ຍີ່ປຸ່ນ​ເປັນ​ປົກ​ກະຕິ​ໃນ​ປີ1972​ເປັນ​ຕົ້ນ​ມາ, ຫວັງ​ໃຫ້​ຝ່າຍ​ຍີ່ປຸ່ນ​ສະ​ແດງ​ອອກ​ຄວາມ​ຈິງ​ໃຈ, ຮ່ວມ​ກັບ​ຝ່າຍ​ຈີນ​ພອ້ມກັນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ມີ​ການ​ປະ​ທະ​ກັນ, ​ຄວບ​ຄຸມ​ແລະ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ​ຢ່າງ​ເໝາະ​ສົມ, ຊຸກຍູ້​ໃຫ້​ການ​ພົວພັນ​ທັງ​ສອງ​ປະ​ເທດ​ກັບ​ຄືນ​ເສັ້ນທາງ​ພັດທະນາ​ທີ່​ປອດ​ໄພ​ແລະ​ໝັ້ນ​ທ່ຽງ​ເປັນ​ກ້າວໆ.

​ໂດຍ​ແນ​ໃສ່​ຄຳ​ເວົ້າ​ຂອງ​ຝ່າຍ​ຍີ່ປຸ່ນ​ວ່າຣາດາ​ຄວບ​ຄຸມ​ກຳລັງ​ໄຟ​ຂອງ​ກຳ​ປັ່ນຮົບ​ຈີນ​ເລັງ​ໃສ່​ກຳ​ປັ່ນ​ຮົບ​ແລະ​ຍົນ​ຂອງ​ຍີ່ປຸ່ນ, ທ່ານ​ເສີງ​ໂຢງ​ຮວາ​ກ່າວວ່າ, ຜ່ານ​ການ​ສຳ​ຫຼວດກວດກາ​ຄືນ​ໃໝ່​ຢ່າງ​ຕັ້ງໜ້າ, ຄຳ​ກ່າວ​ຫາຂອງ​ຝ່າຍ​ຍີ່ປຸ່ນ​ແມ່ນ​ການ​ເວົ້າທີ່​ບໍ່​ມີ​ມູນ​ຄວາມ​ຈິງ​. ທ່ານ​ກ່າວ​ວ່າ, ຝ່າຍ​ຍີ່ປຸ່ນ​ຮຽກ​ໂຮມ​ສື່​ລາຍ​ງານ​ຄຳ​ເວົ້າ​ທີ່​ກ່ຽວຂ້ອງ​ຕໍ່​ຕ່າງປະ​ເທດ​ຝ່າຍ​ດຽວ​ໂດຍ​​​ເວັ້ນຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ປົກ​ກະຕິ, ຈຸດປະສົງ​ແມ່ນ​ເພື່ອ​ສ້າງ​ບັນຍາກາດ​​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ, ປຸກ​ລະດົມ​ຈິດ​ໃຈຂອງ​ປະຊາຊົນ​ຍີ່ປຸ່ນ, ພາ​ໃຫ້ຫາງ​ສຽງສາກົນ​ເຂົ້າ​​ໃຈ​ຜິດ​ຕໍ່​ຈີນ, ​​ເຮັດ​ໃຫ້​ພາບ​ພົດ​ຂອງ​ຈີນຖືກ​ເບິ່ງ​ໄປ​ໃນ​ທາງ​ທີ່​ບໍ່​ດີ​ຕົກ​ຢູ່​ໃນ​ເງົາ​ມືດ. ທ່ານ​ເ​ສີ​ງ​ໂຢງ​ຮວາ​ກ່າວ​ວ່າ, ຈີນ​ຍຶດໝັ້ນ​ການ​ພັດທະນາ​​ໂດຍ​ສັນຕິ, ​ແຕ່​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕທາງ​ດ້ານດິນ​ແດນ​,ຈີນຈະ​ບໍ່ຍອມຖອຍຫຼັງ​​ແມ່ນ​ແຕ່​ໜ້ອຍ​ດຽວ​ຢ່າງ​ເດັດຂາດ.