ທ່ານ​ລິວ​ຊີ​ປາວ​ພົບ​ປະ​ຄະນະ​ຜູ່​ແທນ​ສປປລາວ

(GMT+08:00) 2013-03-05 09:07:24     cri
ຕອນບ່າຍ​ວັນ​ທີ 4 ມີນາ​ນີ້, ທ່ານລິວຊີ​ປາວ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​,​ເລຂາ​ຄະນະ​​ເລຂາ​ສູນ​ກາງ​ພັກ​,ຫົວຫນ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບຄະນະ​ຜູ່​ແທນ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ​ທີ່​ມີ​​ທ່ານ​ເຈືອງ ສົມບູນ​ຂັນ,​ເລຂາ​ຄະນະ​ເລຂາ​ສູນ​ກາງ​ພັກ,ຫົວຫນ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ,ປະທານ​ສະພາ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ​ເປັນ​ຫົວຫນ້າ.

​ໃນ​ການ​ພົບ​ປະທ່ານຫລິວ​ສີ​ປາວ​ກ່າວ​ວ່າ,​ໂດຍ​ມີ​ຜູ່ນຳ​ສອງ​ປະ​ເທດ​ທີ່​ໄດ້​ໃຫ້ຄວາມສຳຄັນຢ່າງ​ສູງ​ແລະ​ຊຸກຍູ້​ຢ່າງ​ຕັ້ງຫນ້າ, ການ​ພົວພັນ​ລະຫວ່າງສອງ​ພັກ​ແລະ​ສອງ​ລັດ​ຈີນ​ລາວ​ໄດ້ຂະຫຍາຍຕົວ​ເປັນ​ຢ່າງ​ດີ.ຈີນ​ຖະຫນຸຖະຫນອມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ລາວ, ຄະນະ​ນຳ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ໃຫມ່ຍິນ​ດີ​ຮ່ວມ​ກັບ​ລາວ​ສືບ​ຕໍ່​ກ້າວ​ໄປ​ຫນ້າ,​ເພື່ອ​ປົກ​ປັກ​ຮັກສາ,ປັບປຸງ​ແລະ​ຂະຫຍາ​ຍການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ລາວ​ໃຫ້​ດີ.

ທ່ານ​ເຈືອງ ສົມບູນ​ຂັນ​ກ່າວ​ວ່າ, ພັກ​ແລະ​ລັດຖະບານ​ລາວ​ຈະ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ພັກ​ແລະ​ລັດຖະບານ​ຈີນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ລາວ​ຈີນ​ໃຫ້​ໄດ້​ຮັບ​ຫມາກຜົນອັນອຸດົມສົມບູນ​ເລື້ອຍໆ.