ກອງ​ປະຊຸມ​ທົບ​ທວນ​ລະດັບ​ພາກ​ພື້ນ​ອາຊີ-​ເອີ​ລົບ​ຂອງ​ກຸ່ມ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ​ໄຂ​ຂື້ນ

(GMT+08:00) 2013-03-05 18:33:04     cri


ຕອນ​ເຊົ້າ​ຂອງ​ວັນ​ທີ 5 ​ເດືອນ ມີນານີ້, ​ກອງ​ປະຊຸມ​ທົບ​ທວນ​ລະດັບ​ພາກ​ພື້ນ​ອາຊີ-​​ເອີຣົບ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິ​ບັດແຜນ​ດໍາ​ເນີນ​ງານ ອານ​ມາຕີ ​ເພື່ອ​ແກ້​ໄຂ​ສະພາບ​ຄວາມ​ຕ້ອງການ​ພິ​ເສດ​ຂອງ​ປະ​ເທດ​ກໍາລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ​​ ໄດ້​ຈັດ​ຂື້ນທີ່​ນະຄອນຫລວງ​ວຽງ​ຈັນ, ​​ໂດຍ​ມີພະນະ​ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະ​ມົນຕີ, ປະທານ​ກຸ່ມ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ, ທ່ານ ນາງ ​ໂນ​ລິນ ​ເຮ​ເຊີ ຮອງ​ເລຂາທິການ​ໃຫຍ່ ອົງການ​ສະຫະ​ປະຊາ​ຊາດ, ຫົວໜ້າ​ຄະນະ​ກໍາມາ​ທິການ ​ເສດຖະກິດ-​ສັງຄົ​ມ ສະຫະປະຊາ​ຊາດ ສໍາລັບ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ, ທ່ານ ກວນ ຈັນ​ດຣາ ຮອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ຜູ້​ຕ່າງ​ໜ້າ​ຂັ້ນ​ສູງສໍາລັບ​ປະ​ເທດ​ດ້ອຍ​ພັດທະນາ ປະ​ເທດ​ກໍາລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ ​ແລະ ປະ​ເທດ​ກໍາລັງ​ພັດທະນາ​ເກາະດອນ​ນ້ອຍ, ພ້ອມ​ດ້ວຍ​ບັນດາ​ທ່ານ​ຜູ້​ແທນທີ່​ມີ​ກຽດ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ໃນກອງ​ປະຊຸມ​, ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຂື້ນ​ກ່າວ​ຄຳຕ້ອນຮັບ​ວ່າ, ກອງ​ປະຊຸມ​ຄັ້ງນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ ຕໍ່​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ລະດັບ​ໂລກ​ເພື່ອ​ທົດ​ທວນຄືນ 10 ປີ ​ແຫ່ງ​ການຈັດ​ຕັ້ງປະຕິບັດ ​ແຜນ​ດຳ​ເນີນງານ​ ອານມາຕີ ທີ່​ຈະ​ຈັດ​ຂື້ນໃນຕົ້ນປີ 2014. ຕະຫຼອດ​ໄລຍະ 10 ປີທີ່​ຜ່ານມາ, ພວກເຮົາ​ສາມາດ​ບັນລຸ​ຜົນສຳ​ເລັດໃນ​ຫຼາຍດ້ານ ໃນການແກ້​ໄຂຄວາມ​ຕ້ອງການ ພິເສດ​ແລະ​ບັນຫາ​ສະ​ເພາະ​ຂອງ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ. ​ແຕ່​ພ້ອມ​ກັນນັ້ນ, ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​​ແດນ​ຕິດ​ທະ​ເລ​ກໍ່​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ການ​ເຊື່ອ​ມ​ໂຍງ​ເຂົ້າກັບ​ລະບົບ​ເສດຖະກິດ ​ແລະ​ການ​ຄ້າ​ຂອງ​ພາກ​ພື້ນ​ແລະ​ສາກົນ.

ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ​ເຫັນ​ວ່າ, ໜຶ່ງ​ໃນ​ບູລິ​ມະ​ສິດ​ອັນ​ຮີບ​ດ່ວນ​ຂອງ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ ​ແມ່ນ​ການ​ສ້າງລະບົບ​ຂົນ​ສົ່ງ​ຜ່ານ​ແດນ​ທີ່​ມີ​ປະສິດທິພາບ ອັນ​ປະກອບ​ດ້ວຍ​ການ​ມີ​ຄູ່​ຮ່ວມ​ທີ່​ແທ້ຈິງ ລະຫວ່າງ ພາກ​ລັດ​ແລະ​ເອກະ​ຊົນ ​ແລະ​ລະຫວ່າງ​ປະ​ເທດກຳລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ, ປະ​ເທດ​ທາງ​ຜ່ານ ​ແລະ​ຄູ່​ຮ່ວມ​ມື​ເພື່ອ​ການ​ພັດທະນາ ທັງ​ໃນ​ລະດັບ​ຊາດ ລະດັບ​ອະນຸ​ພາກ​ພື້ນ, ພາກ​ພື້ນ ​ແລະ​ສາກົນ. ​ເພື່ອ​ໃຫ້ການ​ຮ່ວມ​ມື​ປະສົບ​ຜົນສຳ​ເລັດ, ການ​ເປັນ​ຄູ່​ຮ່ວມ ຕ້ອງ​ຢູ່​ບົນ​ພື້ນຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການ​ປະຕິບັດ​ມາດ​ຕະການ​ສະ​ເພາະ ພາຍ​ໃຕ້​ແຜນ​ດຳ​ເນີນ​ງານ​ອານ​ມາຕີ. ລັດຖະບານ​ລາວ​ມີ​ຄວາມ​ມຸ້ງໝັ້ນຢ່າງ​ແຮງ​ກ້າ ​ໃນ​ການຈັດ​ຕັ້ງປະຕິບັດ​ແຜນ​ດຳ​ເນີນ​ງານ​ ອານມາຕີ ​ໃຫ້​ມີ​ປະສິດທິ​ຜົນ ​ໂດຍ​ໄດ້​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ແຜນ​ງານ​ດັ່ງກ່າວ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ​ຂອງ​ຕົນ.

ກຸ່ມ​ປະ​ເທດ​ກໍາລັງ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ທະ​ເລ​ແມ່ນ​ໜຶ່ງ​ໃນ 3 ກຸ່ມ ທີ່​ອົງການ​ສະຫະ​ປະຊາ​ຊາດຖື​ວ່າ​ເປັນ​ກຸ່ມ​ທີ່​ມີ​ຄວາມ​ອ່ອນ​ໄຫວ​ທີ່​ສຸດ, ​ປັດຈຸບັນ, ມີ​ສະມາ​ຊິກ​ທັງ​ໝົດ 31 ປະ​ເທດ ​ໃນ​ນີ້​ອາຊີມີ 10 ປະ​ເທດ ​ອາ​ຟຣິກກາ 15 ປະ​ເທດ ​ເອີຣົບ 4 ປະ​ເທດ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ 2 ປະ​ເທດ. ຍ້ອນ​ທີ່​ຕັ້ງ​ດ້ານ​ພູມ​ມີ​ສາດ, ປະ​ເທດ​ເຫລົ່າ​ນີ້​ຈຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ແລະ ສິ່ງທ້າທາຍ​ຫລາຍຢ່າງ ໃນການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງຕົນ.