ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ການ​ແກ້​ໄຂບັນຫາ​ເກາະ​ຕ້ຽວ​ອີບໍ່​ແມ່ນ​ຕັດສິນ​ແຕ່​ຝ່າຍ​ຈີນ​ທໍ່​ນັ້ນ

(GMT+08:00) 2013-03-05 15:33:20     cri
ວັນ​ທີ5ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,​ ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ທ່ານ​ຈ່າງ​​ຈື້ຈຸ່ນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ຢ່າງຊື່​ກົງ​ວ່າ, ການ​ແກ້​ໄຂ​ບັນຫາ​ເກາະ​ຕ້ຽວ​ອີ​ບໍ່​ແມ່ນຕັດສິນ​ແຕ່​ຝ່າຍ​ຈີນ​​ເທົ່າ​ນັ້ນ. ທ່ານ​ກ່າວ​ຢ້ຳວ່າ, ຝ່າຍ​ຈີນ​ຫວັງ​ວ່າ​ບັນຫາ​ເກາະ​ຕ້ຽວ​ອີ​ຈະ​​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ, ຄວາມ​ຂັດ​ແຍ່ງ​ຈະໄດ້​ຮັບ​ການ​ຄວບ​ຄຸມ​ຢ່າ​ງມີ​ປະສິດທິ​ຜົນ, ​ແຕ່​ເດັດ​ດ່ຽວ​ບໍ່​​ໃຫ້​ສິດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ຂອງ​ຈີນ​ຖືກ​ທຳລາຍ.

ກອງ​ປະຊຸມ​​ສະພາ​ຜູ້​​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 1ສະ​ໄໝ​ທີ12ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​​ໃນ​ວັນ​ທີ5ມີນາ​ນີ້, ທ່ານ​ຈ່າງ​ຈື້ຈຸ່ນ​ແມ່ນ​​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຈີນ​ແລະ​ຕ່າງປະ​ເທດ​ກ່ອນ​ເຂົ້າ​​ໂຮງປະຊຸມ.