ທ່ານ​ທິນ​ອູ,​ເອກ​ອັກຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

(GMT+08:00) 2013-03-07 16:25:05     cri
ຕາມ​ຂ່າວCRI:ວັນ​ທີ6​ມີນາ​ນີ້,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກຂ່າວCRIຢູ່​ປັກ​ກິ່ງ,ທ່ານ​ທິນອູ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ມຽນ​ມາ​ປະ​ຈຳ​ຈີນ​ກ່າວ​ວ່າ,​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ໃນ​ນາມ​ແຂກ​ຮັບ​ເຊີນ,​ທ່ານ​ເຫັນ​ວ່າ,​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ທີ່​ສະ​ເໜີ​ໂດຍ​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ,​ຊຶ່ງ​ໄດ້​ພົວ​ພັນ​ເຖິງ​ດ້ານ​ຕ່າງໆ​ຂອງ​ຈີນ ​ເປັນ​ຕົ້ນ​ແມ່ນ:​ການ​ເມືອງ​ແລະ​ເສດ​ຖະ​ກິດ.​ລັດ​ຖະ​ບານ​ຈີນ​ສາມາດ​ເຮັດ​ໃຫ້​ປະ​ເທດ​ທີ່​ມີ​ປະຊາກອນ1​ຕື້300ລ້ານ​ຄົນນັ້ນຮັກສາ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ແລະ​ສັງຄົມ,ນີ້​ແມ່ນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​​ເປັນ​ພິ​ເສດ.