ກະຊວງ​ອ​ະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ຈະ​ຈຳ​ກັດ​ປະ​ລິ​ມານ​ໃຫ້​ການ​ລະ​ບາຍ​ສິ່ງ​ມົນ​ລະ​ພິດ​ອາ​ກາດ​ຂອງ​6​ຂະ​ແໜງ​ການ

(GMT+08:00) 2013-03-07 19:21:16     cri
ຕາມ​ຂ່າວສານ​ຊິນ​ຮວາ:ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ອອກ​ປະກາດ​ແຈ້ງ​ການ​ໃນ​ຫວ່າງ​ມໍ່ໆ ນີ້​ວ່າ,​ຈະ​ຈຳ​ກັດ​ປະ​ລິ​ມານ​ການ​ລະ​ບາຍ​ສິ່ງ​ມົນ​ລະ​ພິດ​ອາ​ກາດ​ຂອງ​6​ຂະ​ແໜງ​ການ,​ເປັນ​ຕົ້ນ​ແມ່ນ:​ໄຟ​ຟ້າ​ຖ່ານ​ຫີນ,​ເຫຼັກ​ກ້າ,​ເຄ​ມີ​ນ້ຳ​ມັນ​ເຊື້ອ​​ໄຟ,​ຊີ​ມັງ,​ໂລ​ຫະ​ມີ​ສີ​ແລະ​ອຸດ​ສາ​ຫະ​ກຳ​ເຄ​ມີ,​ພ້ອມ​ດ້ວຍ​ໂຄງ​ການ​ເຕົາ​ເຜົາ​ຖ່ານ​ຫີນ​ທີ່​ຢູ່​ເຂດ​ຄວບ​ຄຸມ​ຈຸດ​ໜັກ.

ເຂດ​ຄວບ​ຄຸມ​ເປັນ​ຈຸດ​ໜັກ​ທີ່​ຖືກ​ຈັດ​ເຂົ້າ​ໃນ "ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ຄັ້ງ​ທີ​12​ດ້ານ​ການ​ປ້ອງ​ກັນ​ແລະ​ປັບ​ປຸງ​ສິ່ງ​ມົນ​ລະ​ພິດ​ອາ​ກາດ​ຢູ່​ເຂດ​ຈຸດ​ໜັກ"​ຂອງ​ຄະ​ນະ​ລັດ​ຖະ​ບານ​ລວມ​ທັງ 19​ເຂດ​ແຂວງ​ນະ​ຄອນ​ແລະ​47​ຕົວ​ເມືອງ,​ຊຶ່ງ​ລວມ​ທັງ​ນະ​ຄອນ​ປັກ​ກິ່ງ,​ນະ​ຄອນ​ທຽນ​ສິນ,​ແຂວງ​ເປີ​ເປີຍ,​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຢາງ​ເຊ​ແລະ​ເຂດ​ສາມ​ຫຼ່ຽມ​ແມ່​ນ້ຳ​ຈູ່​ຈ່ຽງ​ເປັນ​ຕົ້ນ.