ຈັດກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ2ຂອງກອງ​ປະຊຸມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ1ສະ​ໄໝ​ທີ12

(GMT+08:00) 2013-03-08 11:10:46     cri
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ບ່າຍ​ວັນ​ທີ7ມີນາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ1ຂອງ​ສະພາ​ປຶກສາການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ12​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ2ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​. ກຳມະການ​ສະພາ​ປຶກສາການ​ເມືອງ16ທ່ານ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນໃນ​ກອງ​ປະຊຸມ​ ໂດຍ​ປິ່ນອ້ອມ​ການສ້າງສາ​ເສດຖະກິດ​ແລະ​ອາລິຍະ​ທຳ​ທາງຊີວະ​ພາບ.

ຂ່າວຈາກ​ໜ່ວຍຮ່າງ​ຍັດຕິ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ1ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ແຈ້ງວ່າ, ນັບ​ມາ​ຮອດ​ເວລາ14​ໂມງ​ຂອງ​ວັນ​ທີ7ມີນາ​ນີ້​ຊຶ່ງເປັນ​​ເວລາ​ໝົດ​ກຳນົດ​​ໃນ​ການ​ຍື່ນຍັດຕິ​ຕໍ່​ກອງ​ປະຊຸມ, ກອງ​ປະຊຸມ​​ຄັ້ງ​ນີ້​​ໄດ້​ຮັບ​ຍັດຕິ​ທັງ​ໝົດ 5ພັນ641ສະບັບ.

ຂ່າວ​ແຈ້ງ​ວ່າ, ຍັດຕິ​ໃນ​ປີ​ນີ້​​ໄດ້​ສົນ​ໃຈ​ຫຼາຍ​ກວ່າ​ເກົ່າ​ຕໍ່​​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ການ​ເລັ່ງລັດ​ຊຸກຍູ້​ການ​ຫັນ​​ເປັນ​ຕົວ​ເມືອງ​ແລະ​ຍົກ​ລະດັບຄຸນ​ນະພາ​ບ​ການ​ຫັນ​​ເປັນ​ຕົວ​ເມືອງ, ລົງ​​ເລິກ​ການ​ປະຕິ​ຮູບ​ລະບົບ​ການ​ບໍລິຫານ​ງານ, ປ້ອງ​ກັນ​ຄວາມ​ສ່ຽງ​ທາງ​ດ້ານ​ການ​​ເງິນ, ​ລົງ​ເລິກ​ການ​ປະຕິ​ຮູບ​ລະບົບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ປະດິດ​ສ້າງ​, ດຳ​ເນີນ​ການປະດິດ​ສ້າງ​ດ້ານ​ຮູບ​ແບບ​ການຄຸ້ມ​ຄອງ​ທາງ​ສັງຄົມ, ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ແລະ​ອື່ນໆ.