ເຮືອ​ຄຸ້ມ​ຄອງ​ການ​ປະ​ມົງ​ຂອງ​ເຂດ​ກວາງ​ຊີ​ເດີນ​ທາງ​ໄປ​ປ້ອງ​ກັນ​ສິດ​ການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-03-08 18:58:14     cri
ເຈົ້າໜ້າ​ທີ່​ຂອງພະ​ແນ​ກຜະ​ລິດ​ຕະພັນນ້ຳ,ການລ້ຽງສັດ​ແລະ​ສັດຕະວະ​ແພດຂອງ​ເຂດ​ປົກ ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ​ກ່າວ​ໃນ​ວັນ​ທີ​8​ວ່າ,​ໜ່ວຍ​ປະ​ຕິ​ບັດ​ກົດ​ໝາຍ​ທີ່​ປະ​ກອບ​ດ້ວຍ​ພະ​ນັກ​ງານ​ຄຸ້ມ​ຄອງ​ການ​ປະ​ມົງ​ແລະ​ປະ​ຕິ​ບັດ​ກົດ​ໝາຍ​52​ຄົນ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໄດ້​ເດີນທາງ​ຈາກ​ຝາງ​ເສີງ​ກາງ​ແລະ​ເປີຍ​ໄຫ​ໃນ​ວັນ​ທີ​6​ມີ​ນາ​ນີ້,​ເດີນ​ທາງ​ໄປ​ປ້ອງ​ກັນ​ສິດ​ການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໂດ​ຍແບ່ງ​ເປັນ​ສອງ​ຈຸ.

ໃນ50​ວັນ​ຕໍ່ໜ້າ,​ເຮືອ​ຄຸ້ມ​ຄອງ​ການ​ປະມົງ​ຂອງ​ເຂດ​ກວາງຊີ​ຈະ​ໂຈມ​ຕີ​ການ​ປະ​ມົງ​ຢ່າງ​ຜິດ​ກົດ​ໝາຍ​ຂອງ​ເຮືອ​ປະ​ມົງ​ຕ່າງ​ປະ​ເທດ,​ປະ​ຕິ​ບັດ​ໜ້າ​ທີ່​ເຝົ້າ​ຮັກ​ສາ​ຫີນ​ແກ້ງ​ເໝີຍ​ຈີ້​ໝູ່​ເກາະ​ນານ​ຊ່າ​ແລະ​ຄຸ້ມ​ຄອງ​ວຽກ​ງານ​ການ​ປະ​ມົງ​ຕາມ​ຄຳ​ສັ່ງ​ຂອງ​ລັດ,​ເພື່ອ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ອັນ​ເປັນ​ປົກ​ກະ​ຕິ​ແຫ່ງ​ການ​ປະ​ມົງ.