ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ​3

(GMT+08:00) 2013-03-08 19:00:44     cri
ຕາມ​ຂ່າວສານ​ຊິນ​ຮວາ:ກອງ​ປະຊຸມ​ຄັ້ງທຳ​ອິດຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ​3​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ​8​ມີ​ນາ​ນີ້.​ກຳ​ມະ​ການ​16​ທ່ານ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ທີ່​ປະຊຸມ​ກ່ຽວ​ກັບ​ການ​ສ້າງ​ສາ​ການ​ເມືອງ,​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ.​ທ່ານ​ຢູ​ເຈີ້ງ​ເສີ່ງ,​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ປະ​ທານ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.