ທ່ານ​ຢາງ​ເຈ​ສືຮຽກຮ້ອງ​​ໃຫ້ຫລີກ​ເວັ້ນການ​ເກີດ​ສົງຄາມ​ຢູ່​ແຫລມ​ເກົາຫລີ

(GMT+08:00) 2013-03-09 13:39:09     cri
ວັນ​ທີ 9 ມີນາ​ນີ້ ຢູ່​ທີ່​ນະຄອນຫລວງ​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ແຫລມ​ເກົາຫລີ​ຢ່າງ​ເຫມາະ​ສົມ, ປົກ​ປັກ​ຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫລມ​​ເກົາຫລີ, ຫລີກ​​ເວັ້ນບໍ່​ໃຫ້​ເກີດ​ສົງຄາມ​ຢູ່​ແຫລມ​ເກົາຫລີ,ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມຂອງ​ທຸກ​ຝ່າຍ​ທີ່​ກ່ຽວຂ້ອງ,​ແລະ​ກໍ່​ແມ່ນ​ຫນ້າ​ທີ່​ຮັບຜິດຊອບ​ຮ່ວມ​ຂອງ​ບັນດາ​ຝ່າຍ.

ມື້​ດຽວ​ກັນ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ຢາງ​ເຈສືຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຖື​ສຳຄັນດ້ານ​ລວມ, ຮັກສາ​ຄວາມ​ອົດທົນ,ບໍ່​ຄວນ​​ໃຊ້​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​ສະຖານະ​ການຮ້າຍ​ແຮງ​ຂຶ້ນ​ອີກ.

ທ່ານ​ກ່າວ​ວ່າ, ມະຕິ​ເລກ 2094 ຂອງ​ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ​​ໄດ້​ສະ​ແດງ​ໃຫ້​ເຫັນ​ຫລັກ​ຫມັ້ນຂອງ​ປະຊາ​ຄົມ​​ໂລກ​ທີ່​ຄັດຄ້ານ​ການ​ທົດ​ລອງ​ນິວ​ເຄຼຍ,​ແລະ​ໃຫ້​ຄຳ​ຫມັ້ນສັນຍາ​ວ່າ​ຈະ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ແຫລມ​ເກົາຫລີ​ດ້ວຍ​ສັນຕິ​ວິທີ​ຄືການ​ສົນທະນາ​ແລະການ​ເຈລະຈາ,​ແລະ​ກ່າວ​ຢ້ຳວ່າສະຫນັບ​ສະຫນູນ​ແລະ​ຮຽກຮ້ອງ​ໃຫ້​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃຫມ່.

ທ່ານ​ກ່າວ​ວ່າ,ຈີນ​ຫວັງ​ວ່າ​ບັນດາ​ຝ່າຍ​ຈົ່ງ​ເຮັດ​ວຽກ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ຜ່ອນ ຄາຍ​ສະຖານະ​ການ​ໃຫ້​ຫລາຍ, ຍຶດຫມັ້ນຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ສົນທະນາ​ກັນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ສະ​ແຫວ​ງຫາ​ວິທີ​ທີ່​ໃຫ້​ແຫລມ​ເກົາຫລີ​ປອດ​ນິວ​ເຄຼຍ,​ແລະ​ມີ​ຄວາມ​ປອດ​​ໄພ​ຢ່າງ​ຖາວອນ​ຢູ່​ແຫລມ​ເກົາຫລີ​ແລະ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ.