ກອງປະຊຸມ​ຄັ້ງ​ທີ 1 ຂອງສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ປະກາດ​ແຜນການ​ປະຕິ​ຮູບ​ຄະນະ​ລັດຖະບານ​ຈີນ

(GMT+08:00) 2013-03-10 13:55:27     cri
ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ​ໄດ້​ໄຂ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3 ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​​ໃນ​ວັນ​ທີ 10 ມີນາ​ນີ້.ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ແລະ​ອົງການ​ອະທິ​ໄອ​ຍະ​ການ​ປະຊາຊົນ,​ ​ໄດ້​ຮັບ​ຟັງ​ການ​ອະທິບາຍ​ກ່ຽວ​ກັບ​ການປະ​ຕິ​ຮູບ​ແລະ​ຫັນປ່ຽນ​ພາລະບົດບາດ​ຂອງ​ອົງການ​ຄະນະ​ລັດຖະບານ,​ແລະ​ໄດ້​ປ່ອນ​ບັດ​ຮັບຮອງ​ວິທີ​​ເລືອກ​ຕັ້ງ​ແລະ​ແຕ່​ຕັ້ງຂອງ​ກອງ​ປະຊຸມ​ຄັ້ງ​ທີ 1 ຂອງສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12.