ຄະນະ​ລັດຖະບານ​ຈີນ​ຈະ​ຫັນປ່ຽນພາລະບົດບາດ​ຈາກ 6 ດ້ານ

(GMT+08:00) 2013-03-10 14:00:34     cri
​ແຜນການປະຕິ​ຮູບ​ແລະ​ຫັນປ່ຽນພາລະ​ບົດບາດ​ຂອງ​ຄະນະ​ລັດຖະບານ​ທີ່​ຄະນະ​ລັດຖະບານ​ຈີນ​ນຳ​ສະ​ເຫ​ນີ​ໃຫ້​ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ພິຈາລະນາ​ໃນ​ວັນ​ທີ 10 ມີນາ​ນີ້ຊີ້​ອອກ​ວ່າ,ການ​ຫັນປ່ຽນ​ບົດບາດ​ຂອງ​ລັດຖະບານ​ແມ່ນ​ເນື້ອ​ໃນ​ໃຈກາງ​ຂອງ​ການ​ປະຕິ​ຮູບ​ລະບົບ​ການບໍລິຫານ,ການຫັນປ່ຽນ​ພາລະບົດບາດ​ຂອງ​ອົງການຕ່າງໆ​ຂອງ​ຄະນະ​ລັດຖະບານ​ຕ້ອງ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດຖະບານ​ກັບ​ຕະຫລາດ,ລັດຖະບານ​ກັບ​ສັງຄົມ​ແລະ​ສູນ​ກາງ​ກັບ​ທ້ອງ​ຖີ່​ນ​ໃຫ້​ດີ.

​​ແຜນການ​ດັ່ງກ່າວ​ໄດ້​ວາງ​ມາດ​ຕະການ​​ຈາກ 6 ດ້ານ​ໂດຍ​ແນ​ໃສ່​ບັນຫາ​ທີ່​ພົ້ນ​ເດັ່ນ​ໃນພາລະ​ບົດບາດ​ຂອງ​ອົງການ​ຄະນະ​ລັດຖະບານ, ​ເຊິ່ງ ລວມທັງ:​ເສີ​ມຂະຫຍາຍ​ບົດບາດ​ພື້ນຖານ​ຂອງ​ຕະຫລາດ​ໃນ​ການຈັດ​ສັນ​ຊັບພະຍາກອນ, ລະດັມຄວາມ​ຫ້າວຫັນ​ຂອງ​ວິ​ສາ​ຫະກິດ​ແລະ​ສ່ວນ​ບຸກຄົນ​ໃນ​ການ​ສ້າງ​ພາລະກິດ;​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກຳລັງ​ສັງຄົມ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ວຽກ​ງານ​ສັງຄົມ, ​ເລັ່ງລັດ​ສ້າງ​ລະບຽບ​ການ​ອົງການ​ຈັດ​ຕັ້ງ​ສັງຄົມ​ທີ່​ທັນ​ສະ​ໄຫມ​ທີ່​​ໃຫ້​ລັດຖະບານ​ກັບ​ອົງການ​ຈັດ​ຕັ້ງ​ສັງຄົມ​ແຍກ​ອອກ​ຈາກ​ກັນ, ກຳນົດ​ສິດທິ​ແລະ​ຫນ້າ​ທີ່​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ,​ແລະ​ປົກຄອງ​ຕົນ​ເອງ​ຕາມ​ກົດຫມາຍ;​ເສີມ​ຂະຫຍາຍ​ຄວາມ​ຫ້າວຫັນ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖີ່​ນ,​ໃຫ້​ອົງການ​ປົກຄອງ​ທ້ອງ​ຖີ່​ນສາມາດ​​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ໃກ້ຊິດ​ຕິດ​ແທດກັບ​ຮາກ​ຖານ​ແລະ​ຄຸ້ມ​ຄອງ​ຢ່າງ​ຕິດ​ແທດ​ຕົວ​ຈິງ;ປັບປຸງ​ການຈັດ​ສັນ​ບົດບາດ​ຕ່າງໆ​ໃຫ້​ດີ;ປບປຸງ​ແລະ​ເສີມ​ຂະຫຍາຍ​ການ​ຄຸ້ມ​ຄອງ​ບໍລິຫານ​ດ້ານ​ມະຫາ​ພາກ;​ເສີ​ມະ​ຂຫຍາ​ຍການ​ກໍ່ສ້າງ​ດ້ານ​ລະບຽບ​ການ​ແລະບໍ​ລິ​ຫານ​ງານ​ຕາມ​ກົດຫມາຍ.