ຈີນ​ຈະປັບປຸງ​ກົມ​ທະ​ເລ​ແຫ່ງ​ຊາດ​ຄືນ​ໃໝ່

(GMT+08:00) 2013-03-11 10:47:34     cri
ອີງ​ຕາມ​ແຜນການປະຕິ​ຮູບ​ອົງການ​ລັດຖະບານຈີນ​​ແລະ​​ປ່ຽນ​ແປງພາລະ​ບົດບາດທີ່​ປະກາດ​ໃນ​ວັນ​ທີ10​ມີນາ​ນີ້, ຈີນ​ຈະ​ປັບປຸງ​ກົມ​ທະ​ເລ​ແຫ່ງ​ຊາດ​ຄືນ​ໃໝ່, ຊຸກຍູ້​ການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລເປັນ​ເອກະ​ພາບ​ກັນ.

ອີງ​ຕາມ​ແຜນການ, ຈະ​ປັບປຸງ​ຖັນ​ແຖວ​ແລະ​ພາລະ​ບົດບາດ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ພ້ອມ​ດ້ວຍ​ກອງຕິດຕາມ​ກວດກາທາງ​ທະ​ເລ​ຈີນ, ຕຳຫຼວດ​ທາງ​ທະ​ເລ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກອງ​ຄຸ້ມ​ຄອງ​ວຽກ​ງານ​ການ​ປະມົງ​ຈີນ​ຂອງ​ກະຊວງ​ກະສິກຳ​ແລະ​ຕຳຫຼວດປາບ​ປາມ​ການຄ້າ​ເຖື່ອນທາງ​ທະ​ເລ​ຂອງ​ກົມ​ໃຫຍ່​ດ່ານ​ພາສີ​ຈີນ​ເຂົ້າ​ເປັນ​ອົງການ​ດຽວ​ກັນ, ສ້າງ​ເປັນກົມ​ທະ​ເລ​ແຫ່ງ​ຊາດໃໝ່. ພາລະ​ບົດ​ບາດ​ຕົ້ນຕໍ​ແມ່ນ: ວາງ​ແຜນການ​ການ​ພັດທະນາ​ທາງ​ທະ​ເລ, ປົກ​ປ້ອງ​ສິດ​​ແລະ​ປະຕິ​ບັດ​ກົດໝາຍ​ທາງ​ທະ​ເລ, ຕິດຕາມ​ກວດ​ກາແລະ​ຄຸ້ມຄອງ​ການ​ນຳ​ໃຊ້​ເຂດ​ທະ​ເລ, ​ອະນຸລັກ​ສິ່ງ​ແວດລ້ອມ​ທາງ​ທະ​ເລ​ແລະ​ອື່ນໆ. ກົມ​ທະ​ເລ​ແຫ່ງຊາດ​ຈີນ​ຈະດຳ​ເນີນ​ການ​ປົກ​ປ້ອງ​ສິດ​ແລະ​ປະຕິ​ບັດ​ກົດໝາຍ​ທາງ​ທະ​ເລ​​ໃນ​ນາມ​ກົມ​ຕຳຫຼວດທາງ​ທະ​ເລ​ຈີນ​, ​ແລະຮັບ​ການ​ຊີ້ນຳ​ວຽກ​ງານ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ.

ນັກວິ​ເຄາະ​ເຫັນ​ວ່າ: ນີ້​ແມ່ນ​ແຜນການ​ລະດັບ​ສູງ​ສຸດ​ທີ່ສຳຄັນ​ຂອງ​ຈີນ​ໃນ​ຍຸດ​ທະ​ສາດ ທີ່"ສ້າງ​ເປັນ​ປະ​ເທດ​ທີ່ເຂັ້ມ​ແຂງ​ທາງ​ທະ​ເລ", ​ເພື່ອ​ຊຸກຍູ້ການ​ພັດທະນາ​ເສດຖະ ກິດ​ທາງ​ທະ​ເລ​ໃຫ້​ດີກ​ວ່າ​ເກົ່າ, ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ.