ການ​ເຈ​ລະ​ຈາ​RCEP​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່ມ​ນັ້ນ​ມີ​ອະ​ນາ​ຄົດ​ອັນ​ດີ​ງາມ

(GMT+08:00) 2013-03-11 14:06:39     cri
ຕາມ​ຂ່າວ​ຈາກ​ໜັງສືພິ​ມ​ເສດຖະກິດ​ລາຍ​ວັນ​ຂອງ​ຈີນ:ກອງ​ປະຊຸມ​ບໍ່​ເປັນ​ທາງ​ກາ​ນຂອງ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ​ຄັ້ງ​ທີ​19​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ​ຍຂອງ​ຫວຽດນາມ​ໃນ​ທ້າຍ​ອາທິດ​ແລ້ວ​ນີ້​ໄດ້​ປຶກ​ສາ​ຫາ​ລື​ແຜນ​ການ​ແຫ່ງ​ການ​ເຈລະ​ຈາ​ກ່ຽວ​ກັບ​"ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ" ຫຼື​RCEP.​ທ່ານ​ຫງວຽນ​ກຳ​ຕູ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດນາມ​ກ່າວ​ວ່າ,ການ​ເຈ​ລະ​ຈາ​RCEP​ຄາດ​ວ່າ​ຈະ​ເລີ່​ມ​ຕົ້ນໃນ​ປີ​ນີ້​ແລະ​ສຳ​ເລັດ​ກ່ອນ​ປີ​2016,​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ​ຈະ​ເປັນ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຊຶ່ງ​ກວມ​ປະ​ຊາ​ກອນ​ເຄິ່ງ​ໜຶ່ງ​ຂອງ​ທົ່ວ​ໂລກ.

RCEP​ແມ່ນ​ກົນ​ໄກ​ຮ່ວມ​ມື​ເພື່ອ​ເຊື່ອມ​ໂຍງ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ທີ່​ຖື​ອາ​ຊຽນ​ເປັນ​ຜູ້​ນຳ​ພາ.​ໃນ​ວັນ​ທີ20​ພະຈິກ​ປີ2012​ທີ່​ຜ່ານ​ມາ,10ປະ​ເທດ​ອາ​ຊຽນ​ແລະ6​ປະ​ເທດ​ຄູ່​ເຂດ​ການ​ຄ້າ​ເສ​ລີ ​ເປັນ​ຕົ້ນ​ແມ່ນ:​ຈີນ,ອົສ​ຕຼາ​ລີ,​ອິນ​ເດຍ,​ຍີ່​ປຸ່ນ,​ສ.ເກົາ​ຫຼີ​ແລະ​ນູ​ແວນ​ເຊ​ລັງ​ປະ​ກາດ​ເລີ່ມ​ຈັດການ​ເຈລະຈາ​ກ່ຽວ​ກັບ​RCEP​ຢ່າງ​ເປັນ​ທາງ​ການ.

ຈຸດ​ສຳຄນ​ຂອງ​ການ​ເຈລະຈາ​ກ່ຽວ​ກັບRCEP​ແມ່ນ​ເພື່ອ​ຫັນ​ການ​ຄ້າ​ການ​ບໍລິການ​ເປັນ​ແບບ​ເສ​ລີ.​ເຖິງ​ວ່າການ​ເຈ​ລະ​ຈາ​ພົວ​ພັນ​ເຖິງ​ດ້ານ​ຕ່າງໆ,​ຫຍຸ້ງ​ຍາກ​ຫຼາຍ,​ແຕ່​ຍ້ອນ​ວ່າ​ການ​ສ້າງ​ຕັ້ງ​RCEP​ຂຶ້ນ​ມາ​ມີ​ຜົນ​ປະ​ໂຫຍດ​ຍາວ​ໄກ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກາ​ນຄ້າ​ລະ ຫວ່າງ "10+6"​ແລະ​ມີ​ບົດ​ບາດ​ທີ່​ດີ​ຕໍ່​ການ​ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ,​ສະ​ນັ້ນ,​16​ປະ​ເທດ​ເຫຼົ່າ​ນີ້​ຈຶ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ແລະ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ເຈ​ລະ​ຈາ​ດັ່ງ​ກ່າວ.​ສັງ​ເກດ​ຈາກ​ປະ​ຈຸ​ບັນ​ນີ້​ແລ້ວ​ເຫັນ​ວ່າ,​ຖ້າ​ທຽບ​ກັບ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊິ​ຟິກ ຫຼື​TPP​ທີ່​ອາ​ເມ​ລິ​ກາ​ເປັນ​ຜູ້​ນຳ​ພາ​ນັ້ນ,​RCEP​ທີ່​ຖື​ປະ​ເທດ​ອາ​ຊີ​ປາ​ຊິ​ຟິກ​ເປັນ​ຜູ້​ນຳ​ພາ​ນີ້​ຈະ​ມີ​ພື້ນ​ຖານ​ໜັ​ກ​ແໜ້ນ​ກວ່າ,​ມີ​ສິດ​ສະ​ເໝີ​ພາບ​ກັນ​ຫຼາຍ​ກວ່າ,​ມີ​ຜົນ​​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ຫຼາຍ​ກວ່າ,​ປະ​ຕິ​ບັດ​ໄດ້​ງ່າຍ​ກວ່າ​ແລະ​ມີ​ອະ​ນາ​ຄົດ​ຢ່າງ​ກວ້າງ​ຂວາງ​ກວ່າ​TPP.