ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ເນັ້ນ​ວ່າ ພະ​ຍາ​ຍາມ​ສ້າງ​ກອງ​ທັບ​ປະ​ຊາ​ຊົນ​ກອງ​ໜຶ່ງ​ທີ່​ຟັງ​ການ​ບັນ​ຊາ​ຂອງ​ພັກ ສາ​ມາດ​ຊະ​ນະ​ໃນ​ສົງ​ຄາມ​ແລະ​ມີ​ແບບ​ແຜນ​ທີ່​ດີ​ງາມ

(GMT+08:00) 2013-03-12 10:35:53     cri

ຕາມຂ່າວສານ​ຊິນ​ຮວາ: ວັນ​ທີ11​ມີນາ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບຄະນະ​​ຜູ້​ແທນ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຂອງ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12, ທ່ານ​ສີ​ຈີ້ນ​ຜີງ, ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກ່າວ​ເນັ້ນ​ວ່າ:​"ທົ່ວ​ກອງ​ທັບ​ຕ້ອງ​ກຳ​ແໜ້ນ​ເປົ້າ​ໝາຍ​ທີ່​ສ້າງ​ກອງ​ທັບ​ໃຫ້​ເຂັ້ມ​ແຂງ​ຂອງ​ພັກ​ຢູ່​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ​ເພີ່ມ​ທະວີ​ການ​ສ້າງ​ກອງ​ທັບ​ເປັນ​ແບບ​ປະ​ຕິ​ວັດ,​ທັນ​ສະ​ໄໝ​ແລະ​ມີ​ລະບຽບ​ແບບ​ແຜນ​ຢ່າງ​ຮອບ​ດ້ານ, ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ສ້າງ​ກອງທັບ​ປະ​ຊາ​ຊົນ​ກອງ​ໜຶ່ງ​ທີ່​ຟັງ​ການ​ບັນຊາ​ຂອງ​ພັກ,​ສາ​ມາດ​ຊະນະ​ໃນ​ສົງຄາມ​ແລະ​ມີ​​ແບບ​ແຜນ​ທີ່​ດີ​ງາມ".

ທ່ານ​ສີ​ຈີ້​ນຜີ​ງກ່າວ​ວ່າ: ຕ້ອງປະສານ​ງານ​ຂອງ​ການ​ສ້າງສາ​ເສດຖະກິດ​ແລະ​ການ​ສ້າງສາ​ການ​ປ້ອງ​ກັນ​ປະ​ເທດ,​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ສ້າງ​ປະ​ເທດ​ທີ່​ຮັ່ງມີ​ແລະ​ການ​ສ້າງ​ກອງທັບ​ທີ່​ເຂັ້ມ​ແຂງ​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ.​ຕ້ອງ​ເສີມ​ຂະ​ຫຍາຍ​ນໍ້າ​ໃຈ ​ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​ຫົດ, ທັງ​ດຸ​ໝັ່ນ​ທັງ​ປະ​ຢັດ,​ຕ້ານ​ການ​ຟູມ​ເຟືອຍ​ສິ້ນ​ເປືອງ, ຄຸ້ມ​ຄອງ​ແລະ​ນຳ​ໃຊ້​ງົບ​ປະ​ມານ​ທາງ​ການ​ທະ​ຫານ​ໃຫ້​ດີ,​ເພື່ອ​ເຮັດ​ໃຫ້​ງົບ​ປະ​ມານ​ທາງ​ການ​ປ້ອງ​ກັນ​ປະ​ເທດ​ເສີມ​ມີ​ປະ​ສິດ​ທິ​ຜົນ​ໃຫຍ່​ຫຼວງ​ທີ່​ສຸດ​. ຕ້ອງ​ສົ່ງ​ເສີມ​ມູນ​ເຊື້ອ​ທີ່​ສະ​ໜັບ​ສະ​ໜູນ​ຝ່າຍ​ປົກ​ຄອງ​ແລະ​ຮັກ​ຫອມ​ປະ​ຊາ​ຊົນ,​ສະ​ໜັບ​ສະ​ໜູນ​ທະ​ຫານ​ແລະ​ປະ​ຕິ​ບັດ​ບູລິ​ມະ​ສິດ​ຕໍ່​ຄອບ​ຄົວ​ທະ​ຫານ​ເປັນ​ຢ່າງ​ດີ,​ດຳ​ເນີນ​ກິດ​ຈະ​ກຳ​ລະ​ຫວ່າງ​ທະ​ຫານ​ແລະ​ປະ​ຊາ​ຊົນ​ຮ່ວມ​ກັນ​ສ້າງ​ເລື່ອງ​ດີ​ຄົນ​ເດັ່ນ​ຢ່າງ​ກົມ​ກຽວ​ກັນ.