ອັດກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດຈີນ​ສະ​ໄໝທີ12

(GMT+08:00) 2013-03-12 11:15:18     cri


ຕາມ​ຂ່າວCRI: ວັນ​ທີ12​ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ອັດ​ລົງ​ຢູ່​ປັກ​ກິ່ງ, ທ່ານ​ອີ​ເຈີ້​ງ​ເຊີ່ງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ທີ່​ຮັບ​​ເລືອກ​ຕັ້ງ​ໃໝ່​ໄດ້​ກ່າວ​ໃນ​ພິທີ​ອັດ​ກອງ​ປະຊຸມ​ວ່າ: ຕ້ອງ​ອອກ​ແຮງເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ສົ່ງ​ເສີມ​ການ​ຕຳ​ນິຕິ​ຊົມ​ແລະ​ຂໍ້​ສະ​ເໜີຕໍ່​ວຽກ​ງານ​ຂອງ​ພັກ​ແລະ​ລັດ. ສະ​ໜັບ​ສະໜູນຄຳ​ເຫັນ​ທີ່​ສ່ອງ​ແສງ​ຄວາມ​ປາຖະໜາ​ແລະ​ຄວາມ​ຮຽກຮ້ອງຂອງ​ປະຊາຊົນ, ສົ່ງ​ເສີມ​ກນ​ແລ​ກປ່ຽນ​ແລະ​ການ​ປຶກສາ​ຫາລື​ຂອງ​ຄວາມ​ເຫັນ​ທີ່​ຕ່າງ​ກັນ, ສະໜັບສະໜູນ​ການ​ເວົ້າ​ຄວາມ​ຈິງ. ຕ້ອງ​ເລັ່ງລັດ​ການ​ສ້າງສາ​ແລະ​ປະດິດ​ສ້າງ​ລະບຽບ​ການ​ປຶກສາ​ຫາລື​​ແບບປະ​ຊາທິປະ​ໄຕ, ຂະຫຍາຍ​ຮູບການ​ປຶກສາ​ຫາລື​ປະ​ຊາ​ທິປະ​ໄຕ, ປັບປຸງ​ການ​ປຶກສາ​ຫາລື​ຫົວ​ຂໍ້​ພິ​ເສດ, ການ​ປຶກສາ​ຫາລື​ໃນ​ຂົງ​ເຂດ​ດຽວ, ການ​ປຶກສາ​ຫາລື​ໃນ​ຂົງ​ເຂດ​ຕ່າງ​ກັນ, ການ​ປຶກສາ​ຫາລື​ໃນການ​ຊໍາລະ​ຍັດຕິ.

ນີ້​ແມ່ນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນສະ​ໄໝ​ທີ12​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ5​ປີ​​ໃນຕໍ່ໜ້າ. ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ປະທານ​​, ​ຮອງ​ປະທານ​​ຂອງສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຊຸດໃໝ່, ​ໄດ້​ປຶກສາ​ຫາລືການ​ຕົກລົງ​ນະ​ໂຍບາຍ​ອັນ​ສຳຄັນທີ່​ກ່ຽວ​ພັນ​ເຖິງຂົງ​ເຂດ​ການ​ເມືອງ, ​ເສ​ດ ຖະກິດ​ແລະ​ຊີ​ວິດສັງຄົມ​ຂອງ​ຈີນ, ​ແລະ​ໄດ້​ປະກອບຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ. ຕາມ​ສະຖິຕິ, ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ຮັບ​ຍັດຕິ​ຂອງ​ກຳ​ມະ​ການຫຼາຍ​ກວ່າ5000​ສະບັບ, ​ເຊິ່ງ​ກ່ຽວ​ພັນ​ເຖິງ​ການ​​ເພີ່ມ​ທະວີ​ການອະນຸລັກ​ສິ່ງ​ແວດ​ລ້ອມ, ​ຊຸກຍູ້​ການ​ກໍ່ສ້າງ​ຊົນນະບົດ​ເປັນ​ຕົວ​ເມືອງ, ​ລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບການ​ບໍລິຫານ​ແລະ​ຈຸດ​ສຸມ​ອື່ນໆ.