ກອງ​ປະຊຸມ​ສຸດ​ຍອດ​CLV​ຄັ້ງ​ທີ​7​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ

(GMT+08:00) 2013-03-12 16:25:53     cri
ວັນ​ທີ12ມີນາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫຼ່ຽມ​ພັດທະນາ​ກຳປູ​​ເຈຍ ລາວ ຫວຽດນາມ​ຫຼື​CLV​ຄັ້ງ​ທີ7​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ​ໂດຍ​ແມ່ນ​ສ​ສ.​ຫວຽດ​ນາມ​ເປັນ​ປະ​ທານ​ກອງ​ປະ​ຊຸມ. ​ເຊິ່ງ​ມີ​ປະ​ມຸກ​ລັດ,​ຫົວ ໜ້າ​ລັດ​ຖະ​ບານ,​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ຮ່ວມ​ຫຼື​JCC,​ບັນ​ດາ​ລັດ​ຖະ​ມົນ​ຕີ,​ເຈົ້າ​ແຂວງ​ແລະ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.

ກອງ​ປະຊຸມ​ສຸດ​ຍອດCLV ແມ່ນເລີ່ມຈາກກອງປະຊຸມສຸດ​ຍອດ3​ປະ​ເທດກຳປູ ເຈຍ-ລາວ-​ຫວຽດ​ນາມ​ໃນ​ປີ 1999 ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ ຊຶ່ງ​ໄດ້​ຕົກ​ລົງ​ເຫັນ​ດີ​ຮ່ວມ​ມື​ກັນສ້າງເຂດສາມ​ຫລ່ຽມ​ພັດ​ທະ​ນາ.​ຜ່ານ​ມາ​ໄດ້​ມີ​ກອງ​ປະ​ຊຸມ​ສຸດ​ຍອດ​ນຳ​ກັນ​ມາ​ແລ້ວ 6 ຄັ້ງ ເຊິ່ງ​ໄດ້​ຈັດ​ຂຶ້ນ 2 ປີ ຕໍ່​ຄັ້ງ.​ຈຸດປະ​ສົງ​ແມ່ນ​ເພື່ອ​ສ້າງ​ຂົງ​ເຂດ ຊາຍ​ແດນ​ຂອງ​ສາມ​ປະ​ເທດ​ໃຫ້​ມີ​ຄວາມ​ສະ​ຫງົບ​ແລະ​ມີ​ການ​ພັດ​ທະ​ນາ​ທາງ​ດ້ານ ເສດ​ຖະ​ກິດ​ໃຫ້​ຂະ​ຫຍາຍ​ຕົວ​ໄວ​ຂຶ້ນ,​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ນັບ​ມື້​ນັບ​ດີ​ຂຶ້ນ;​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ແລະ​ຊ່ວຍ​ເຫລືອ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ພ້ອມ​ກັນ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໂດຍ​ການ​ນຳ​ໃຊ້​ທ່າ​ແຮງ ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ທີ່​ມີ​ຢູ່​ໃຫ້​ເກີດ​ຜົນ​ປະ​ໂຫຍດ​ສູງ​ສຸດ;​ສຶກ​ສາ​ຄົ້ນ ຄວ້າ​ນໍາ​ສະ​ເຫນີ​ນະ​ໂຍ​ບາຍ ແລະ ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ສອດ​ຄ່ອງ​ເຫມາະ​ສົມ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຂົງ​ເຂດ​ອື່ນ ເຂົ້າ​ມາ​ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ;​ຂົນ​ຂວາຍ​ແລະ​ຊອກ​ຫາ​ແຫລ່ງ​ທຶນ​ແລະ​ການ​ຊ່ວຍ​ເຫລືອ​ດ້ານ​ເຕັກ​ນິກ​ວິ​ຊາ​ການ ຈາກ​ປະ​ເທດ​ອາ​ຊຽນ​ແລະ​ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ອາ​ຊຽນ ແລະ ປະ​ເທດ​ຄູ່​ຮ່ວມ ພັດ​ທະ​ນາ​ຕ່າງໆ ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ບູ​ລິ​ມະ​ສິດ​ໃຫ້​ເປັນ​ການ​ພັດ​ທະ​ນາ ແບບ​ຍືນ​ຍົງ.