ອັດ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ຄະ​ນະປະ​ຈຳ​ສະພາ​ປຶ​ກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ12

(GMT+08:00) 2013-03-14 10:36:16     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ13​ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ສະ​ໄໝທີ12​ໄດ້​ອັດ​ລົງ​ຢູ່​ປັກ​ກິ່ງ. ກອງ​ປະຊຸມ​ໄດ້​ຮັບຮອງ​ການ​ຕົກລົງ​ຂອງ​ຄະນະປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ສະ​ໄໝ​ທີ12​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​9ຄະນະ​ກຳມະ​ການສະ​ເພາະກິດ, ຄື ​ຄະນະ​ກຳມະການ​ສະ​ເໜີ​ຍັດຕິ, ຄະນະ​ກຳມະການ​ເສດ​ຖະກິດ, ຄະນະ​ກຳມະການ​ຊັບພະຍາ​ກອນມະນຸດ​ແລະ​ສິ່ງ​ແວດ​ລ້ອມ, ຄະນະ​ກຳມະການ​ການ​ສຶກສາ​ວິທະຍາສາດ​ວັດທະ​ນະທຳ​ສາທາ​ລະນະ​ສຸກ​ແລະ​ກິລາ, ຄະນະ​ກຳມະການ​ສັງຄົມ​ແລະ​ລະບຽບ​ກົດໝາຍ, ຄະນະ​ກຳມະການ​ຊົນ​ເຜົ່າ​ແລະ​ສາສະໜາ, ຄະນະ​ກຳມະ​ການຮົງ​ກົງ, ມາ​ເກົ້າ​, ໄຕ້​ຫວັນ​ແລະ​ຊາວ​ຈີນ​ຕ່າງ​ດ້າວ, ຄະນະ​ກຳມະການ​ວຽກ​ງານ​ຕ່າງປະ​ເທດ​ແລະຄະນະ​ກຳມະການ​ວັດທະ​ນະທຳ​ປະຫວັດສາດ​ແລະ​ການ​ຮ່ຳຮຽນ, ນອກ​ນີ້​ຍັງ​ໄດ້​ຮັບຮອງ​ລາຍ​ຊື່​ການ​ແຕ່ງ​ຕັ້ງຮອງ​ເລຂາທິ​ການຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​, ​ແລະລາຍ​ຊື່ປະທານ​ແລະ​ຮອງປະທານ​ຂອງ​ຄະນະ​ກຳມະການ​ສະ​ເພາະກິດ​ດັ່ງກ່າວ. ​ໃນ​ວາລະ​ດຳ​ເນີນກອງ​ປະຊຸມ, ​ກຳມະ​ການຄະນະ​ປະຈຳ​ສະພາ​ຍັງ​ໄດ້​ຄົ້ນ​ຄ້ວາ​ແລະ​ປຶກສາ​ຫາລື​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະ​ໄໝ​ໃໝ່.