ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ເລືອກ​ຕັ້ງ​ຜູ້​ນຳ​ຂອງ​ປະ​ເທດ​ຊຸດ​ໃໝ່

(GMT+08:00) 2013-03-14 13:06:05     cri
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ4​ຂອງ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະ​ຊາ​ຊົນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າວັນ​ທີ​14​ມີ​ນາ​ນີ້,​ໂດຍ​ໄດ້​ເລືອກ​ຕັ້ງ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານ​ປະ​ເທດ​ສາ​ທາ​ລະ​ນະ ລັດ​ປະ​ຊາ​ຊົນ​ຈີນ,​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ປະ​ເທດ​ສປ​ຈີນ​ດ້ວຍ​ວິ​ທີ​ປ່ອນ​ບັດ​ບໍ່​ຂຽນ​ຊື່,​ເລືອກ​ຕັ້ງ​ທ່ານ​ຈ່າງ​ເຕີ​ຈ່ຽງ​ເປັນ​ປະທານ​ຄະນະ​ປະຈຳ​ສະ​ພາ​ຜູ້​ແທນ ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12,​ເລືອກ​ຕັ້ງ​ທ່ານ​ຫຼີ​ຢວນ​ຊາວ​ເປັນ​ຮອງ​ປະ​ທານ​ປະ​ເທດ.​ກອງ​ປະຊຸມ​ໄດ້​ຜ່ານ​ມະ​ຕິ,​ອະ​ນຸ​ມັດ​ແຜນ​ການ​ປະ​ຕິ​ຮູບ​ອົງ​ການ​ແລະ​ຫັນ​ປ່ຽນ​ພາ​ລະ​ບົດ ບາດ​ຂອງ​ຄະນະ​ລັດ​ຖະ​ບານ.

ກອງ​ປ​ະຊຸມ​ຮຽກຮ້ອງ​ວ່າ,ຄະນະ​ລັດຖະບານ​ຄວນ​ຈັດ​ວາງ​​ແລະ​ຈັດຕັ້ງຢ່າງ​ລະອຽດ​ຮອບ ຄອບ,​ເພື່ອ​ຮັບ​ປະ​ກັນ​ໃຫ້​ແຜນ​ການ​ນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສະ​ດວກ.

ກອງ​ປະຊຸມ​ຍັງ​ໄດ້​ເລືອກ​ຕັ້ງ13ທ່ານ ຄື:ທ່ານຫຼີຈ້ຽນກົວ​ແລະ​ທ່ານ​ຫວາງ​ເຊີ້ງ​ຈຸ້ນ​ເປັນ​ຮອງ​ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12.​ແລະ​ໄດ້​ເລືອກ​ຕັ້ງ​ກຳ​ມະ​ການ​ຄະນະ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​12​ຕື່ມ​ອີກ​161​ທ່ານ.