ທ່ານຈູມມະລີ ໄຊຍະສອນ​ສົ່ງ​ໂທລະ​ເລກ​ຊົມ​ເຊີຍການ​​​ເລືອກ​ເອົາ​ຜູ້ນຳ​ແຫ່ງ​ລັດຈີນ​ຊຸດ​​ໃໝ່

(GMT+08:00) 2013-03-14 16:18:11     cri

ຕາມ​ຂ່າວCRI: ວັນ​ທີ 14 ມີນາ​ນີ້, ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ແລະ ທ່ານ​ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດລາວໄດ້​ສົ່ງ​ໂທລະ​​ເລກ​ຊົມ​ເຊີຍທ່ານ​ສີ​ຈີນ​ຜີ​ງ​ໄດ້​ຮັບ​ເລື​ອກຕັ້ງ​ເປັນ​ປະທານ​ປະ​ເທດ​ຈີນ,ທ່ານ​ຫຼີຢວນຊາວ​ໄດ້​ຮັບ​ເລືອກຕັ້ງ​ເປັນ​ຮອງ​ປະ​ທານ​ປະ​ເທດ​ຈີນ.

ເນື້ອ​ໃນໂທລະ​ເລກ​ຊົມ​ເຊີຍ​ມີ​ດັ່ງ​ລຸ່ມ​ນີ້:

           ໂທລະ​ເລກ​ຊົມ​ເຊີຍ​ເຖິງ:ສະຫາຍ ສີ​ຈີນ​ຜີ​ງ

                        ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ
                                                                                                           ທີ່​ນະຄອນຫຼວງ​ປັກ​ກິ່ງສະຫາຍ​ທີ່​ນັບຖື ​ແລະ ຮັກ​ແພງ,

ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 1 ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ທົ່ວ​ປະ​ເທດສະ​ໄໝ​ທີ Ⅻ ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ​ແຫ່ງ​ສາທາລະນະ​ລັດປະ
ຊາ​ຊົນ​ຈີນ, ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ​ລາວ​ກໍ​ຄື​ໃນ​ນາມ​ສ່ວນ​ຕົວ,ຂ້າພະ​ເຈົ້າຂໍ​ຖື​ເປັນ​ກຽດ​ສົ່ງ​ຄວາມ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ສະຫາຍ.

ການ​ເລືອກ​ຕັ້ງ​ໃຫ້​ສະຫາຍ​ດຳລົງ​ຕຳ​ແໜ່​ງ​ອັນສູງ​ສົ່ງ​ນີ້ ​ແມ່ນ​ເປັນ​ການສະ​ແດງ​ເຖິງ​ຄວາມ​ໄວ້​ວາງ​ໃຈ ​ແລະ ການ​ຕີ​ລາຄາ​ສູງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຈີນ ຕໍ່​ການ​ປະກອບສ່ວນ​ໃຫຍ່​ຫຼວງ​ຂອງ​ສະຫາຍ ​ເຂົ້າ​ໃນ​ພາລະກິດ ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ຕາມ​ທິດ​ທາງ​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ວາງ​ອອກ.

ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ສະຫາຍ​ເປັນ​ແກ່ນ​ນຳ​ນັ້ນ, ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ຂອງ​ຈີນ​ ຈະ​ສຳ​ເລັດ​ບັນດາ​ເປົ້າ​ໝາຍ ສູ້​ຊົນ​ໃນ​ສັດຕະວັດ​ໃໝ່, ​ເຮັດ​ໃຫ້​ສາທາລະນະ​ລັດ​ປະຊາຊົນ​ຈີນ​ກ້າວ​ໄປ​ສູ່​ປະ​ເທດ​ສັງຄົມ​ນິຍົມທີ່​ທັນ​ສະ​ໄໝ ​ແລະ ມີ​ບົດບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ.

ຂໍ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ຖານບ້ານ​ໃກ້​ເຮືອນຄຽງ​ທີ່​ມີ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ທີ່​ມີ​ປະສິດ​ຜົນ ລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ ​ແລະ ຈີນ ຈົ່ງ​ໃຫ້​ຮັບ​ການ​ຂະຫຍາຍຕົວ​ເລື້ອຍ​ໄປ ​ເພື່ອ​ພາລະກິດ ສັນຕິພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ກໍ​ຄື​ໃນ​ໂລກ.

ອວຍພອນ​​ໃຫ້​ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​​ໃຫຍ່​ຫຼວງ​ກວ່າ​ເກົ່າ ​ໃນ​ໜ້າ​ທີ່​ທີ່​ມີ​ກຽດ​ສະຫງ່າ​ຂອງ​ສະຫາຍ.

                                                                                                                           ນະຄອນຫຼວງ​ວຽງ​ຈັນ,ວັນ​ທີ 14 ມີນາ 2013

                                                                                                                                                      ຈູມ​ມະ​ລີ ​ໄຊ​ຍະ​ສອນ

                                                                                                                                                          ປະທານ​ປະ​ເທດ ​ແຫ່ງ
                                                                                                                       ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

1 2