ຜູ້ນຳ​ຕ່າງປະ​ເທດ​ຊົມ​ເຊີຍ​ຜູ້ນຳ​ຈີນ​ຊຸດ​ໃໝ່

(GMT+08:00) 2013-03-15 10:47:10     cri
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ອາ​ຊິ​ຟ ອາລີ​ຈາ​ດາຣີ, ປະທານາທິບໍດີ​ປາ​ກີ​ສະຖານ, ທ່ານກິມ​ເຈິ​ງອຸນ, ຜູ້ນຳ​ສູງ​ສຸດສປປ​ເກົາຫຼີ, ທ່ານ​ເຈື່ອງ​ເຕິ​ນຊາງ, ປະທານ​ປະ​ເທດ​ຫວຽດນາມ, ທ່ານ​ຈຸມມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ, ທ່ານ​ກິມຢົງ​ນາມ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດສປປ​ເກົາຫຼີ, ທ່ານ​ຕັນ​ເກງ​ຢາມ, ປະທາ​ນາທິບໍດີ​ສິງກະ​ໂປ, ທ່ານລີ​ຊຽນລຸງ, ນາຍົກ​ລັດຖະ​ມົນຕີສິງກະ​ໂປ, ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດ​ຖະມົນ​ຕີຍີ່ປຸ່ນ​​ແລະ​ຜູ້ນຳ​ປະ​ເທດ​ອື່ນໆໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ສີ​ຈີ້​ນຜີ​ງທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນປະ​ທານ​ປະ​ເທດ​ຈີນ.

ນອກ​ນີ້, ທ່ານ​ບຸນ​ຍັງ ວໍລະ​ຈິດ, ຮອງ​ປະທານ​ປະ​ເທດ​ລາວ​ໄດ້​ສະ​​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ລີ​ຢວນຊາວທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນຮອງ​ປະທານ​ປະ​ເທດ​ຈີນ.