ທ່ານ​ບາຣັກ ​ໂອບາ​ມາ​ໂທ​ລະ​ສັບ​ຊົມ​ເຊີຍ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ

(GMT+08:00) 2013-03-15 10:36:42     cri
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນທີ​​14​ມີ​ນາ​ນີ້,​ທ່ານ​ບາຣັກ ​ໂອ​ບາ​ມາ,ປະທານາທິ​ບໍ​ດີ​ອາ​ເມ​ລິ​ກາ​ໂທລະ​ສັບ​ມາ​ຍັງ​ທ່ານ​ສີ​ຈິ້ນ​ຜິງ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຈີນ.​ຜູ້​ ນຳ​ສອງ​ປະ​ເທດ​ກ່າວ​ເນັ້ນ​ວ່າ,​ຈະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຫວັງ​ຢາກ​ຮ່ວມ​ກັນ​ກັບ​ຈີນ​ທຳ​ຄວາມ​ພະຍາຍາມ,​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ,​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ແລກ ປ່ຽນ​ກັນ,​ພະ​ຍາ​ຍາມ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່​ບົນ​ພື້ນ​ຖານ​ທີ່​ແຂ່ງ ຂັນ​ກັນ​ຢ່າງ​ປອດ​ໃສ​ແຕ່​ບໍ່​ແມ່ນ​ລອງ​ລິດ​ກັນ​ທາງ​ຍຸດ​ທະ​ສາດ.​ນອກ​ນີ້,ອາ​ເມ​ລິ​ກາ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ,​ຮັບ​ປະ​ກັນ​ໃຫ້​ເຂດ​ອາ​ຊີ​ປາ​ຊິ​ຟິກ​ມີ​ຄວາມ​ໝັ້ນ​ຄົງ,​ສະ​ຖຽນ​ລະ ພາບ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ​ສີ​ຈິ້ນຜິ​ງສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊົມ​ເຊີຍ​ຂອງ​ທ່ານ​​ໂອ​ບາ​ມາ.ທ່ານ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ອາ​ເມ​ລິ​ກາ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ເປີດ​ກວ້າງ​ການ​ຮ່ວມ​ມື,​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ່ງ​ກັນ,​ຊຸກ​ຍູ້​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື,​​ເດີນ​ໄປ​ຕາມ​ເສັ້ນ ທາງ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃໝ່.​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ,​ຂໍ​ພຽງ​ແຕ່​ບົນ​ພື້ນ​ຖານ​ນ້ຳ​ໃຈ​ທີ່​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ເປີດ​ປະ​ຕູ​ແລະ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນ,​ຈີນ​ແລະ ອາ​ເມ​ລິ​ກາ​ຄົງ​ຈະ​ມີ​ບົດ​ບາດ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ຢູ້​ເຂດ​ອາຊີ​ປາຊິ​ຟິກ.

ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີ,ຄວາມ ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແລະ​ບັນ​ຫາ​ອື່ນໆ.