ສື່​ມວນ​ຊົນ​ທົ່ວ​​ໂລກ​ລາຍ​ງານຂ່າວ​ກ່ຽວກັບ​ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນແລະ​ເຫັນ​ວ່າ​ຈີນ​ຍັງ​ປະ​ເຊີນໜ້າກັບ​ສິ່ງ​ທ້າ​ທາຍ​ໃນ​ການ​ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ອ່າວ​ໄວ​ແລະ​ຫຼຸດຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ນ້ອຍ​ລົງ

(GMT+08:00) 2013-03-16 14:29:23     cri
ຕາມ​ຂ່າວສານຈີນ:ວັນ​ທີ 14 ມີນາ​ນີ້,ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ​ຈີນ,​ແລະ​ໃນ​ວັນ​ທີ 15 ມີນາ​ນີ້,ທ່ານ​ຫຼີ​ເຄີ້ສຽງກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່.ສື່​ມວນ​ຊົນ​ສຳຄັນ​ຂອງ​ໂລກ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ໃນ​ລະດັບ​ສູງ​ຕໍ່​ເລື່ອງ​ນີ້,​ແລະຕ່າງ​ກໍ່ໄດ້ແຈ້ງ​ຂ່າວ​ແລະວິ​ເຄາະຂ່າວ​ໂດຍ​ຊີ້​ອອກ​ວ່າ,ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນ​ຍັງ​ຄົງຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ການ​ຮັກສາ​ໃຫ້​ເສດຖະກິດ​​ເຕີບ​ໂຕ​ອ່າວ​ໄວ​ແລະ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຕົວ​ເມືອງກັບ​ຊົນນະບົດ​ໃຫ້​ນ້ອຍລົງ.

ໜັງສື​ພິມ《ນີວຢອກ​ແທມສ໌》ຂອງ​ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 15 ມີນາ​ນີ້​ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງ​ວ່າ《ທ່ານສີຈິ້ນຜິງ​ກຳອຳ​ນາດ​ການ​ປົກ​ຄອງ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ》​ໂດຍ​ຂຽນ​ວ່າ:ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດ​ງພາບ​ພົດ​ທີ່ໃກ້ຊິດ​ກັບ​ປະ​ຊາຊົນ,ຫວັງ​ວ່າ​ລັດຖະ​ບານ​ຊຸດ​ໃໝ່ຈະ​ປອດ​ໄສ​ຂາວ​ສະອາດ​ກວ່າ​ເກົ່າ​,ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ​ແລະ​​ໃກ້ຊິດ​ກັບ​ປະ​ຊາ​ຊົນ​ຫຼາຍ​ກວ່າ​ເກົ່າ.ໜັງ​ສືພິມ​ດັ່ງກ່າວ​ຍັງລາຍ​ງານ​ຕໍ່​ໄປ​ວ່າ:​ໃນ​ເວລາ​ທ່ານ​ສີ​ຈິ້ນ​ຜິ​ງຕ້ອນຮັບ​ການ​ເຂົ້າ​ພົບຂອງ​ບັນດາ​ຜູ້​ແທນ​ສະພາ​ປະຊາຊົນ​ໃນ​ອາທິດ​ແລ້ວ​ນີ້​ແລະ​ອາທິດ​ນີ້,ທ່ານ​ໄດ້​ກ່າວ​​ເນັ້ນ​ຫຼາຍ​ເທື່ອ​ວ່າ,ຕ້ອງ​ຜ່ານ​ການ​ກະ​ຕຸ້ນ​ການ​ບໍລິ​ໂພ​ກ​ແລະ​ເຮັດ​ໃຫ້​ຊາວ​ກະສິກອນ​ເຂົ້າ​ຕົວ​ເມືອງ​ງ່າຍຂຶ້ນມາ​ຮັບ​ມື​ກັບ​ສະພາບ​ການ​ທີ່​ເສດຖະກິດ​ເຕີບ​ໂຕ​ຊ້າ​ລົງ.

ໜັງສືພິມ《​​ເດີ ວໍ ​ສະຕີຼດ ​​ເຈີ​ໂນ》ຂອງ​ອາ​ເມ​ລິ​ກາ​ລາຍ​ງານວ່າ:ທ່ານ​ຫຼີ​ເຄີ້ສຽງ​ຈະ​ກາຍ​ເປັນ​ຜູ້​ຄຸ້ມ​ຄອງຕົ້ນຕໍຂອງ​ເສດຖະກິດ​ແລະ​ວຽກ​ງານ​ປະຈຳ​ພາຍ​ໃນ​ປະ​ເທດຂອງ​ຈີນ​ຕໍ່​ຈາກ​ທ່ານ​ເວີ່ນ​​ເຈ່ຍ​ປາວ.

ບໍລິສັດ​ກະ​ຈາ​ຍສຽງ​ອັງກິດ​ຫຼື BBC ລາຍ​ງານ​ວ່າ:ທ່ານ​ຫຼີ​ເຄີ້ສຽງອາຍຸ 57 ປີ​ຈະ​ສືບ​ຕໍ່​ສະ​ແດງ​ພາບ​ພົດ​ທີ່​ໃກ້ຊິດ​ກັບ​ປະຊາຊົນ​ຂອງ​ນາຍົກ​ລັດຖະມົນຕີ​ຈີນ.​ເວົ້າ​ສຳລັບ​ທ່ານ​ຫຼີ​ເຄີ້ສຽງ​ແລ້ວ,ປະຈຸ​ບັນ,ສິ່ງ​ທີ່​ຮີບ​ດ່ວນ​ທີ່​ສຸດ​ນັ້ນ​ແມ່ນ​ຕ້ອງ​ຊຸກຍູ້​ການຫັນ​ປ່ຽນ​ຮູບ​ການເຕີບ​ໂຕ​ເສດຖະກິດ​ຂອງ​ຈີນ,ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ອ່າວ​ໄວ​ແລະ​ຫຼຸດ​ຄວາມ​ຜິ​ດ​ໂຕນ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​ໃຫ້​ນ້ອຍ​ລົງ​​ເປັນ​ຕົ້ນ.​

ຂ່າວສານ​ລອຍ​​ເຕີ​ຂອງອັງກິດ​ລາຍ​ງານ​ວ່າ:ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ແມ່ນ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ,ສ່ວນ​ທ່ານ​ຫຼີ​ເຄີ້ສຽງ,ນາຍົກ​ລັດຖະ​ມົນຕີ​ຈີນຈະ​ຮັບຜິດ​ຊອບ​ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ລັດຖະບານ​​ແລະ​ຕິດຕາມ​ຄຸ້ມ​ຄອງ​ເສດຖະກິດ.​ໃນຖານະ​ທີ່​ເປັນ​ນາຍົກ​ລັດຖະມົນ​ຕີຂອງ​ອົງ​ກອນ​ເສດຖະກິດ​ໃຫຍ່​ອັນ​ດັບທີ 2 ຂອງ​​ໂລກ,ທ່ານ​ຫຼີ​​ເຄີ້ສຽງ​ຈະ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ບັນຫາ​ເຊັ່ນ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຄົນ​ທຸກ​ກັບ​ຄົນ​ຮັ່ງ,ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ອາ​ໄສ​ການ​ລົງທຶນ​ຫຼາຍ​ເກີນ​ໄປ,ຟອງຕະ​ຫຼາດ​ເຮືອນ​ຢູ່​ແລະ​ທີ່​ດິນ​ແລະ​ບັນຫາ​ອື່ນໆ,​ແລະ​ຈະ​ສຸມ​ໃສ່​ໃນ​ການ​ຮັກສາການ​ເຕີບ​ໂຕ​ຂອງ​ເສດຖະກິດ​ດ້ວຍ​ການຂະ​ຫຍາຍ​ການ​ບໍລິ​ໂພ​ກ​ໃຫ້​ກວ້າງ​ອອກ.