ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມຈີນ​ຈະ​ໃຊ້​ມາດ​ຕະການ​ທີ່​ແຂງ​ແຮງ​ເພື່ອ​ປັບປຸງ​ມົນ​ລະ​ພິດ​ອາກາດ​ຢູ່​ເຂດ​ທີ່​ມີ​ມົນ​ລະ​ພິດ​ໜັກໜ່ວງ

(GMT+08:00) 2013-03-16 14:38:35     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ​​ 15 ມີນາ​ນີ້,ທ່ານ​ອູ​ສຽວ​ຊີ່​ງ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ:ປີ​ນີ້ຈະ​ສຸມ​ໃສ່ວຽກງານ​ແກ້​ໄຂ​ການ​ມົນ​ລະ​ພິດ​ອາກາດ​ຢູ່​ເຂດ​ທີ່​ມີ​ມົນ​ລະ​ພິດ​ໜັກໜ່ວງ​ເຊັ່ນນະຄອນ​ປັກ​ກິ່ງ,ທຽນ​ສິນ,​ແຂວງ​ເຫີ​ເປ,​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ຈູ່ຈ່ຽງ​ແລະ​ເຂດ​ສາມຫຼ່ຽມ​ແມ່​ນ້ຳ​ຢາງ​ຊີ​ກ້ຽງ​ເປັນ​ຕົ້ນ​ໃຫ້​ດີ,​​ໂດຍ​ໃຊ້​ມາດ​ຕະການ​ທີ່ແຂງ​ແຮງ​ຢູ່​ເຂດ​​ເຫຼົ່າ​ນີ້.

ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​​​​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ​ 15 ມີນາ​ນີ້,ທ່ານ​ອູ​ສຽວ​ຊີ່​ງ​ໄດ້ສະ​ເໜີ​ມາດ​ຕະການ​ແກ້​ໄຂທີ່​ຈະ​ໃຊ້​ຢູ່​ເຂດ​ທີ່​ມີ​ມົນ​ລະ​ພິດ​ໜັກໜ່ວງ,ລວມທັງ​ການ​ຄວບ​ຄຸມ​ຍອດ​ຈຳນວນ​ການ​ນຳ​ໃຊ້​ຖ່ານ​ຫີນ​ຢູ່​ເຂດ​ທີ່​ມີ​ມົນ​ລະ​ພິດ​ໜັກ​ໜ່ວງ.​ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ໄປ,ຈີນ​ຈະ​​ເລີ່​ມປະຕິບັດ​ການຈຳກັດພິ​ເສດຕໍ່ການ​ລະບາຍ​ສິ່ງ​ມົນ​ລະ​ພິດ​ອາກາດຢູ່​ເຂດ​ທີ່​ມີ​ມົນ​ລະ​ພິດ​ໜັກໜ່ວງ.ທ່ານ​ກ່າວ​ວ່າ:ຈີນ​ຈະຕັ້ງໜ້າ​ຊຸກຍູ້​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍການ​ປ້ອງ​ກັນ​ແລະ​ແກ້​ໄຂ​ການ​ມົນ​ລະ​ພິດ​ອາກາດ,ຊຸກຍູ້​ອົງການ​ປົກຄອງທຸກ​ຂັ້ນ​ໃຫ້​ເລັ່ງລັດປະຕິບັດ​ຕາມ​ໜ້າ​ທີ່​ຮັບຜິດຊອບ​ຕໍ່​ການ​ແກ້​ໄຂສິ່ງມົນ​ລະ​ພິດ​ອາກາດ,​ແລະ​ເພີ່ມ​ຄວາມ​ແຮງ​ໃນ​ການ​ປະຕິບັດ​ກົດໝາຍ​ໃນ​ດ້ານ​ສິ່ງ​ແວດ​ລ້ອມ.

ທ່ານ​ຍັງ​ໄດ້​ສະ​ເໜີ​ອີກ​ວ່າ:ຈີນ​ໄດ້​ໃຫ້​ຄວາມ​ສຳຄັນ​​​​ໃນ​ລະດັບ​ສູງ​ຕໍ່​ການ​​ແກ້​ໄຂການ​ມົນ​ລະ​ພິດຈາກ​ໂລຫະ​ໜັກ,​ໃນ​ສອງປີ​ມາ​ນີ້,​ໄດ້​ປິດ​ວິ​ສາ​ຫະກິດ​ທີ່​ສ້າງ​ມົນ​ລະ​ພິດ​ໂລຫະ​ໜັກຢ່າງ​ໜັກໜ່ວງ​ນັ້ນ​ໃນຈຳນວນ 1000 ກວ່າ​ແຫ່ງ​ແລ້ວ,ປະຈຸ​ບັນ,​ອົງປະກອບ​ອຸດສາຫະກຳ​ໂລຫະ​ໜັກ​ຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.