ປິດກອງ​ປະຊຸມ​​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12,ທ່ານ​ສີ​ຈິ້ນ​ຜິງກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ,ບັນ​ລະ​ຍາຍ"ຄວາມ​ຝັນ​ຂອງ​ຈີນ"ອີກ​ເທື່ອ​ໜຶ່ງ

(GMT+08:00) 2013-03-17 15:26:38     cri
ຕາມ​ຂ່າວCRI:ວັນ​ທີ 17 ມີນາ​ນີ້,ພິທີ​ປິດ​ກອງ​ປະຊຸມ​​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ທ່ານ​ສີ​ຈິ້ນ​ຜິ​ງ,ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ​ໃນ​ພິທີ​ໂດຍ​ໄດ້​ບັນ​ລະ​ຍາຍອີກ​ເທື່ອ​ໜຶ່ງກ່ຽວ​ກັບ​ຄວນ​​ເຮັດ​ແນວ​ໃດ​ເພື່ອ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ.ທ່ານ​ກ່າວ​ວ່າ:​​ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ,ຄວາມ​ຝັນ​ຂອງ​ຈີນແມ່ນ​ຄວາມ​ຝັນ​ຂອງ​ປະ​ຊາຊົນ,ຕ້ອງ​ອາ​ໄສ​ປະຊາຊົນ​ມາ​ເຮັດ​ໃຫ້​ມັນ​ປະກົດ​ເປັນ​ຈິງ,ຕ້ອງ​ສ້າງ​ຄວາມຜາ​ສຸກ​ໃຫ້​ແກ່​ປະຊາ​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:ການ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ​ຕ້ອງສົ່ງ​ເສີມ​ຈິດ​​ໃຈ​ປະ​ເທດ​ຈີນ.ນີ້​ກໍ່​ແມ່ນ​ຈິດ​ໃຈ​ຂອງ​ຊາດ​ທີ່​ຖື​ລັດທິ​ຮັກ​ຊາດ​ເປັນ​ໃຈກາງ,​ແລະ​ຈິດ​ໃຈ​ຍຸກ​ສະ​​ໄໝ​ທີ່​ຖື​ການ​ປະຕິ​ຮູບ​ແລະ​ຫົວຄິດ​ປະດິດ​ສ້າງ​ເປັນ​ໃຈກາງ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:ການ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ​ຕ້ອງ​ເດີນ​ຕາມ​ເສັ້ນທາງ​ຂອງ​ຈີນ.ນີ້​ກໍ່​​ແມ່ນ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ສີຈິ້ນ​ຜິ​ງຍັງ​ກ່າວ​ອີກ​ວ່າ:ການ​ບັນລຸ​ຄວາມ​ຝັນ​ຂອງ​ຈີນ​ຕ້ອງ​ທ້ອນ​ໂຮມ​ກຳລັງ​ຂອງ​ຈີນ.ນີ້​ກໍ່​ແມ່ນ​ກຳລັງ​ແຫ່ງ​ຄວາມ​ສາມັກຄີ​​ໃຫຍ່ຂອງ​ປະຊາຊົນ​ຈີນ.

ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ,​ໄດ້​ອະນຸມັດ​ບົດ​ລາຍ​ງານ​ວຽກງານ​ຂອງ​ລັດຖະບານ;​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,​ໄດ້​ອະນຸມັດ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ;​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງມະຕິ​ກ່ຽວ​ກັບ​ສະພາບ​ການ​ປະຕິ​ບັດ​ງົບປະ​ມານການ​ເງິນ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ປີ 2012 ​ແລະ​ງົບປະມານ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ປີ 2013,​ໄດ້​ອະນຸມັດ​ບົດ​ລາຍ​ງານ​ງົບປະ​ມານ​ແລະ​ງົບປະມານ​ສູນ​ກາງ​ປີ 2013;​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ມະຕິ​ກ່ຽວ​ກັບ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງ​ການ​ໄອ​ຍະ​ການ​ປະຊາ​ຊົນ​ສູງ​ສຸດ,​ໄດ້​ອະນຸມັດ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ.ພາຍຫຼັງ​ໄດ້​ສຳ​ເລັດ​ໜ້າ​ທີ່​ທັງ​ໝົດ​ແລ້ວ,ທ່ານ​ຈ່າງ​​ເຕີ໊​ຈ່ຽງ,ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ແລະ​ກ່າວ​ປິດ​ປະຊຸມ.