ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ ລັດຖະບານ​ຊຸດ​ນີ້​ຈະ​ແກ້​ໄຂສາມ​ບັນຫາ​ໃຫຍ່

(GMT+08:00) 2013-03-17 15:31:06     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ​ 17 ມີນາ​ນີ້,​ໃນກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ຂອງ​ກອງ​ປະຊຸມ​ເທື່ອ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12,ທ່ານ​ຫຼີ​ເຄີ້ສຽງ,ນາ​ຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ:ລັດຖະບານ​ຊຸດ​ນີ້​ຈະ​​ແກ້​ໄຂ​ສາມ​ບັນຫາ​ໃຫຍ່​ຄື:ພັດທະ​ນາ​ເສດຖະກິດ​ຢ່າງຕໍ່​ເນື່ອງ,ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ຊຸກຍູ້​ຄວາມ​ຍຸດ​ຕິ​ທຳ​ຂອງ​ສັງຄົມ.

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ:ອັນ​ທີ 1,ຕ້ອງ​ພັດທະນາ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ.​ສະພາບ​ແວດ​ລ້ອມດ້ານເສດຖະກິດ​ຈີນ​​ໃນ​ໄລຍະ​ຕໍ່ໜ້າຍັງ​ສັບ​ສົນຢູ່,ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັກສາ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ,ປ້ອງ​ກັນ​ບໍ່​ໃຫ້​ເກີດ​ໄພ​ເງິນ​ເຟີ້,ຄວບ​ຄຸມ​ຄວາມ​ສ່ຽງ​ທີ່​ບົ່ມ​ຊ້ອນ,​ເຮັດ​ໃຫ້​ເສດ​ຖະກິດ​ຈີນ​ບໍ່​​ເກີດ​ມີ​ຄວາມ​ປັ່ນ​ປ່ວນ​​ໃຫຍ່;ອັນ​ທີ 2,ຕ້ອງ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ສຸມ​ໃສ່​​ໃນ​ການ​​ເຮັດ​ໃຫ້​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີ​ລາຍ​ໄດ້​ຕ່ຳ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ,​​ເປີດ​ກວ້າງ​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຜ້ານ​ກາງ​ຢ່າງ​ຕໍ່​ເນື່ອງ;ອັນ​ທີ​ 3,ຕ້ອງ​ຊຸກຍູ້​ຄວາມ​ຍຸດ​ຕິ​ທຳ​ທາງ​ສັງຄົມ,ພະຍາ​ຍາມ​ເຮັດ​ໃຫ້​ແຕ່ລະ​ຄົນ​ມີ​ໂອກາດ​ທີ່​ສະ​ເໝີ​ພາບ​ກັນ.

ທ່ານ​ຫຼີ​ເຄີ້​ສຽງ​ຊີ້​ອອກ​ວ່າ:ການ​ແກ້​ໄຂສາມ​ບັນຫາ​ນີ້,ຍັງ​ຕ້ອງ​ມີ​ສາມ​ສິ່ງ​ຮັບປະ​ກັນ​ຄື:ອັນ​ທີ 1 ​ແມ່ນ​ສ້າງ​ລັດຖະ​ບານ​ທີ່​ມີ​ຫົວ​ຄິດ​ປະດິດ​ສ້າງ,ອາ​ໄສ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເຮັດ​ໃຫ້​ເສດຖະກິດ​ສັງຄົມ​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີວິດ​ຊີວາ;ອັນ​ທີ​ 2​ ​ແມ່ນ​ສ້າງ​ລັດຖະ​ບານ​ທີ່​ປອດ​ໄສ​ຂາວ​ສະອາດ,​​ເພີ່ມ​ທະວີ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ລັດຖະ​ບານ​ພ້ອມ​ດ້ວຍ​ກຳລັງ​ປະຕິບັດ​ແລະ​ປະສິດທິ​ຜົນ​ຂອງ​ລັດຖະ​ບານ;ອັນ​ທີ 3 ​ແມ່ນ​ສ້າງ​ລັດຖະບານ​ທີ່​ປົກຄອງ​ດ້ວຍ​ກົດໝາຍ,ຕ້ອງ​ນຳ​ໃຊ້​ຈິດ​ໃຈປົກຄອງ​ດ້ວຍ​ກົດໝາຍ​ມາ​ສ້າງສາ​ເສດ​ຖະກິດ,ສັງຄົມ​ແລະ​ລັດຖະບານ​ຍຸກ​ປະຈຸ​ບັນ.