ທ່ານ​ທອງ​ລຸນ ສີ​ສຸ​ລິດ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ຢາງ​ເຈຍ​ສື ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່​ງປຶກ​ສາ​ແຫ່ງ​ລັດ​​ຈີນ ​ແລະ​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ເຖິງ​ທ່ານ​ວາງ​ອີ້ ທີ່​ໄດ້​ຮັບ​ການ​ແຕ່​ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ

(GMT+08:00) 2013-03-18 10:48:20     cri
ຫວ່າງມໍ່ໆ​ນີ້,ທ່ານ​ທອງ​ລຸນສີ​ສຸ​ລິດ ຮອງນາຍົກລັດຖະມົນຕີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ.​ໄດ້​ສົ່ງ​​ໂທລະ​ເລກ​ເຖິງ​ທ່ານຢາງ​ເຈຍ​ສື ທີ່​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງປຶກສາ​ແຫ່ງ​ລັດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​​ຈີນທີ່​ນະຄອນຫຼວງ​ປັກ​ກິ່ງ.ເນື້ອ​ໃນ​ໂທລະ​ເລກ​ຂຽນ​ວ່າ:

ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ທີ່​ປຶກສາ​ແຫ່ງ​ລັດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ,ຂ້າພະ​ເຈົ້າ ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງ​ສະຫາຍ.

ການ​ທີ່ ສະຫາຍ​ໄດ້​ຮັບ​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງທີ່​ມີ​ຄວາມ​ຮັບຜິດຊອບ​ສູງ​ນີ້ ​ເປັນ​ການ​ສະ​ແດງ​ເຖິງ​ຄວາມ​ໄວ້​ວາງ​ໃຈ​ແລະ​ການ​ຕີ​ລາຄາ​ສູງ​ຂອງ​ພັກ,​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ມາ​ຕໍ່​ສະຫາຍ.

ຂໍ​ອວຍພອນ​ໃຫ້ ສະຫາຍ​ຈົ່ງ​ມີ​ສຸຂະພາບ​​ເຂັ້ມ​ແຂງ ​ແລະ​ປະສົບຜົນສຳ​ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ພາລະກິດ​ອັນ​ສູງ​ສົ່ງ​ຂອງ​ສະຫາຍ.

ໃນ​ໂອກາດ​ດຽວ​ກັນ​ນີ້,ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດສປປລາວ​ຍັງ​ໄດ້​ສົ່ງ​ໂທລະ​ເລກ​ຊົມ​ເຊີຍ​​ເຖິງ​ທ່ານວາງອີ້ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ເຊັ່ນ​ດຽວ​ກັນ.​ເນື້ອ​ໃນ​ໂທລະ​ເລກ​ຂຽນ​ວ່າ:

ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ຂ້າ​ພະ​ເຈົ້າ​ຂໍ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ມາ​ຍັງ​ສະ​ຫາຍ.

ການທີ່ສະຫາຍ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງທີ່ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ນີ້, ເປັນ​ການ​ສະ ແດງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການຕີລາຄາສູງ​ຂອງ​ພັກ,​ລັດ​ຖະ​ບານ​ແລະປະ​ຊາ​ຊົນ​ຈີນ​ຕໍ່​ບົດ​ບາດ​ແລະ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ​ສະ​ຫາຍ​ເຂົ້າ​ໃນ​ພາ​ລະ​ກິດ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ໂລກ​ພາຍ​ນອກ ເພື່ອໃຫ້ ສປຈີນ ກາຍ​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ແລະ​ມັ່ງ​ຄັ່ງ​ເຂັ້ມ​ແຂງ,ມີ​ບົດ​ບາດ​ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ​ທີ​ພາກ​ພື້ນ​ແລະ​ສາກົນ.

ຂ້າ​ພະ​ເຈົ້າມີຄວາມຍິນດີເປັນຢ່າງຍິ່ງທີ່ຈະໄດ້ຮ່ວມກັບສະຫາຍເພື່ອ​ເສີມ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສປປ​ລາວ​ແລະ​ສປ​ຈີນ,​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ທີ່​ມີປະ​ສິດ​ທິ​ຜົນ​ລະ​ຫວ່າງ​ສອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​ລາວ​ແລະ​ຈີນ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດ​ຢັ້ງ ເພື່ອ​ຜົນປະ​ໂຫຍດລວມ​ແຫ່ງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ.

ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະ​ປະ​ສົມ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນ​ພາ​ລະ​ກິດ​ອັນ​ສູງ​ສົ່ງ​ຂອງ​ສະ​ຫາຍ.