ເລີ່ມ​ລົງ​ມື​ກໍ່​ສ້າງ​ເຂດ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຊູ​ໂຈ່​ວ​ລາວ​ທີ່​ວຽງ​ຈັນ

(GMT+08:00) 2013-03-18 11:17:11     cri
ວັນ​ທີ14ມີນາ​ນີ້, ທ່ານ​ເວີນ​ຊູ​ມີ​ງ, ຮອງອະທິການ​ບໍດີ​ປະຈຳ​ມະ​ຫາ​ວິທະຍາ​ໄລ​ຊູ​ໂຈ່​ວ-ລາວ​ກ່າວ​ວ່າ: ເຂດ​ໂຮງຮຽນມະຫາວິທະຍາ​ໄລ​ຊູ​ໂຈ່​ວຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ໄດ້​ເລີ່​ມກໍ່ສ້າງ​ແລ້ວ.

ເຂດ​ໂຮງຮຽນ​ລາວຕົ້ນຕໍຂອງ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວ-ລາວຕັ້ງ​ຢູ່​ນະຄອນຫຼວງ​ວຽງຈັນ​, ຫ່າງ​ຈາກ​ໃຈກາງ​ນະຄອນຫຼວງ​ວຽງ​ຈັນ​ພຽງ​ແຕ່6ກິ​ໂລ​ແມັດ, ກວມ​ເນື້ອ​ທີ່23​ເຮັກຕາ. ​ ແຜນການ​ກໍ່ສ້າງ​ໄລຍະ​ທຳ​ອິດ​ ຈະ​ໃຫ້​ສຳ​ເລັດ​ໃນ​ໄລຍະ2ຫາ3ປີ, ຮອດ​ເວລາ​ນັ້ນ​ຈະ​ສາມາດ​ຮັບ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​​ເຖິງ800ຄົນ.

ມະຫາວິທະຍາ​ໄລ​ຊູ​ໂຈ່​ວ-ລາວ​ແມ່ນ​ມະຫາວິທະຍາ​ໄລ​​ແຫ່ງ​ທຳ​ອິດ​ທີ່​ຕ່າງປະ​ເທດ​ລົງທຶນ​ສ້າງ​ຕາມ​ການ​ອະນຸມັດ​ຈາກ​​ກະຊວງ​​ສຶກສາທິການ​ແລະ​ກິລາ​ຂອງ​ລາວ. ​ໃນ​ປີ​ກາຍ​ນີ້​ໄດ້​ຮັບ​ເອົາ​ນັກ​ສຶກສາປະລິ​ຍາ​ຕີ​ຊຸດ​ທຳ​ອິດ, ​​ໄດ້​ເລີ່​ມການ​ຮຽນ​ການ​ສອນ​ມາ​ແຕ່​ວັນ​ທີ18ຕຸລາ​ປີ​ກາຍ​ນີ້.​ການ​ສຶກ​ສາ​ຮ່ຳ​ຮຽນ​ຂອງ​ນັກ​ສຶກສາ​ຖືກ​ແບ່ງ​ເປັນສອງ​ພາກສ່ວນ​ຄືຮຽນ​ຢູ່​ລາວ​ແລະ​​ຮຽນ​ຢູ່​ມະຫາວິທະຍາ​ໄລ​ຊູໂຈ່​ວຈີນ​, ​ໃນ​ເວລາ​ດຽວ​ກັນ​ນັ້ນ, ຖ້າວ່າ​ນັກ​ສຶກສາ​ຂອງ​ມະ​ຫາ​ວິທະຍາ​ໄລ​ຊູ​ໂຈ່​ວ-ລາວໄດ້​ຈົດ​ທະບຽນ​ເປັນ​ນັກ​ສຶກສາ​ຕ່າງປະ​ເທດ​ຂອງ​ມະຫາວິທຍາ​​ໄລ​ຊູ​ໂຈ່​ວ​ຈີນ, ຜູ້​ທີ່​​ໄດ້​ເຂົ້າ​ຮຽນ​ເປັນ​ເວລາ2ປີ​ແລະ​​ໄດ້​ຮຽນ​ຈົບຕາມ​ເງື່ອນ​ໄຂຈະ​ໄດ້​ຮັບ​​ໃບ​ປະກາດ​ສະ​ນີຍະ​ບັດ​ຊັ້ນ​ປະລິ​ຍາ​ຕີສອງ​​ໃບຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊູ​ໂຈ່​ວຈີນ​ແລະ​ມະຫາວິທະຍາ​ໄລ​ຊູ​ໂຈ່​ວ-ລາວພ້ອມ​ກັນ.