ຜູ້ນຳ​ຕ່າງປະ​ເທດ​ຊົມ​ເຊີຍ​ການ​ນຳ​ຊຸດ​ໃໝ່​ຂອງ​ສປຈີນ

(GMT+08:00) 2013-03-18 16:00:41     cri
ຫວ່າງ​ມໍ່ໆ​ນີ້, ທ່ານ​ພັນ​ດວງ​ຈິດ ວົງສາ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ແຫ່ງ​ສປປລາວ​ກໍ່​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍເຖິງ​ທ່ານ​ອີ​ເຈີ້​ງ​ເຊິ່ງ ທີ່​ໄດ້​ຮັບ ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ.

ຫຼາຍ​ມື້​ມາ​ນີ້,ທ່ານບານ​ກີ​ມູນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ແລະ​ຜູ້ນຳ​ຂອງ​ປະ​ເທດ​ຈຳນວນ​ໜຶ່ງ​ເປັນ​ຕົ້ນ​ແມ່ນ​ພະ​ລາ​ຊີ​ນີອາລີ​ຊາ​ເບັດອັງກິດ ,ທ່ານ​ເດ​ວິດ ຄາ​ເມ​ຣອນ ນາຍົກລັດຖະມົນຕີ​ອັງກິດ, ທ່ານ​ນາງ​ແອງ​ເຈີ​​ລາ ​ເມີ​​ເຄ​ວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ຕ່າງ​ໄດ້​ສົ່ງ​ໂທລະ​ເລກ​ຫຼື​ສານ​ຊົມ​ເຊີຍ​ເຖິງ​ການ​ນຳ​ຊຸດ​ໃໝ່​ທີ່​​ໄດ້​ຮັບ​ເລືອກ​ຕັ້ງ​​ໃນກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12 ​ແລະ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12.