ຮອງ​ປະທານ​ຄະນະ​ກຳ​ມະ​ການ​ການ​ຮ່ວມ​ມື​ລາວ​ຈີນ​ກ່າວ​ວ່າ: ກອງ​ປະຊຸມ​ສອງ​ສະພາ​ຄັ້ງ​ນີ້​ຂອງ​ຈີນ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ

(GMT+08:00) 2013-03-18 15:57:16     cri
ຕາມ​ຂ່າວCRI: ວັນ​ທີ14​ມີນາ​ນີ້, ທ່ານ​ວິຈິດ ຊິນ​ດາວົງ, ຮອງ​ປະທານ​ຄະນະ​ກຳມະການ​ການ​ຮ່ວມ​ມື​ລາວ​ຈີນ, ອະດີດ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ກ່າວ​ວ່າ: ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ປີ​ນີ້​ມີ​ຄວາ​ມໝາຍ​ອັນ​ສຳຄັນ​ໃນ​ປະຫວັດສາດ. ທ່ານ​ວິຈິດ​ກ່າວ​ວ່າ: ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ໃນ​ປີ​ນີ້​ແມ່ນ​ກອງ​ປະຊຸມ​ທີ່​ຈັດ​ຕັ້ງ​ປະຕິ​ບັດຕາມ​ມະຕິ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ຄອມ​ມູນິດ​ຈີນ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະ​ກິດ​ສັງຄົມ, ຈະ​ຊຸກຍູ້​ໃຫ້​​ເສດຖະ​ກິດ​ສັງຄົມ​ຈີນ​ພັດທະນາ​ຢ່າງ​ກົມກຽວ​ກັນ, ຮັບ​ໃຊ້​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ວິຈິດ​ ຊິນ​ດາ​ວົງຍັງ​​​ໄດ້​​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ການ​ເລືອກຕັ້ງ​ຜູ້ນຳ​ຊຸດ​ໃໝ່​ຂອງ​ຈີນ. ທ່ານ​ເຫັນ​ວ່າ: ຜູ້ນຳ​ລັດຖະບານ​ຈີນ​ຊຸດ​ໃໝ່ມີຄວາມ​ໝັ້ນ​ໃຈ​ທີ່​ໜັກ​ແໜ້ນ​ແລະ​ທ່າ​ທີ​ອັນ​ຕັ້ງໜ້າ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ​, ​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຈະ​ເຮັດ​ແທ້​ທຳຈິງ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ຫວັງ​ຕໍ່​ອະນາຄົດ. ທ່ານ​ເຊື່ອ​ວ່າ​ຈີນ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ໃຫຍ່​ກວ່າ​ເກົ່າ​ຢູ່​ເສັ້ນ​ທາງ​ການ​ສ້າງສາ​ສັງຄົມ​ທີ່​ອີ່ມ​ໜໍາ​ສຳລານ​ຢ່າງຮອບດ້ານ.