ຫົວໜ້າ​ອຳນວຍ​ການ​ໜັງສືພິມ​ປະ​ຊາ​ຊົນ​ສຽງ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ກ່າວ​ວ່າ ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ອ້ອມ​ຂ້າງ

(GMT+08:00) 2013-03-18 17:37:29     cri
ວັນ​ທີ18​ມີ​ນາ​ນີ້, ທ່ານ​ບົວລະ​ພັນ ທັນ​ພິລົມ, ຫົວໜ້າ​ອຳນວຍ​ການ​ໜັງສືພິມ​ປະຊາຊົນ​ສຽງ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ​ລາວ​ກ່າວ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI​ວ່າ,​ການ​ພັດ​ທະ​ນາ​ຂອງ​ຈີນ​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ອ້ອມ​ຂ້າງ, ລາວ​ຍິນ​ດີ​ຊົມ​ເຊີຍ​ຕໍ່​ການ​ພັດທະນາ​ຂອງ​ຈີນ, ຫວັງ​ວ່າ​ຈີນ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ໃຫຍ່​ກວ່າ​ເກົ່າ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​ແລະ​ຢູ່​ເວທີ​ສາກົນ.

ວັນ​ທີ18​ມີນານີ້, ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ຂ່າວ​ລາວ​ຈຳນວນ​5​ທ່ານ​ເຊິ່ງ​ນຳພາ​ໂດຍ​ທ່ານ​ບົວລະ​ພັນ ທັນ​ພິ​ລົມ​ໄດ້​ເຂົ້າ​ຢ້ຽມ​ຢາມ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,​ທ່ານ​ຫວາງ​ໝີງ​ຮວາ,​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​CRI​ໄດ້​ຕ້ອນ​ຮັບ​ຄະນະ​ຜູ້​ແທນ.​ໃນ​ການ​ພົບ​ປະ​ເຈ​ລະ​ຈາ,​ສອງ​ຝ່າຍ​ລ້ວນ​ແຕ່ກ່າວ​ວ່າ: ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ທີ່​ເປັນ​ປົກ​ກະ​ຕິ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຂອງ​ສື່​ມວນ​ຊົນ​ທັງ​ສອງ​ປະ​ເທດ.​ທ່ານ​ບົວລະ​ພັນ ທັນ​ພິລົມ​ຍັງ​ກ່າວ​ວ່າ,​FM93Mhz​ຂອງ​CRI​ໄດ້​ສະ​ໜອງ​ຂ່າວ​ປະ​ເພດ​ຕ່າງໆ​ທີ່​ຖືກ​ຕ້ອງ​ແລະ​ຮອບ​ດ້ານ​ໃຫ້​ຜູ້​ຟັງ​ລາວ​ໃນ​ທັນ​ທີ, ​ໄດ້​ກາຍ​ເປັນ ອີກ​ໜຶ່ງ​ແຫຼ່ງ​ຂ່າວ​ທີ່​ສຳ​ຄັນ​ຂອງ​ສື່​ມວນ​ຊົນ​ລາວ.